ວັນທັມມະໄຊ

ວັນແຫ່ງໄຊຊະນະ

         ຍ້ອນເວລາກັບໄປເມື່ອວັນທີ 27 ສິງຫາ ພ.ສ. 2512  ທ້າວໄຊຍະບູນ ສຸດທິຜົນ ໄດ້ເຂົ້າພິທີອຸປະສົມບົດ ທີ່ອຸໂບສົດວັດປາກນ້ຳພາສີຈະເລີນ ໄດ້ຮັບສາຍາວ່າ ທັມມະໄຊໂຍ ຊຶ່ງແປວ່າ ໄຊຊະນະແຫ່ງທັມ ໂດຍມີມະໂນປະນິທານອັນແນວແນ່ທີ່ຈະຂໍອຸທິດຊີວິດນີ້  ເພື່ອງານພຣະພຸດທະສາສະໜາດ້ວຍການນຳພາຊາວໂລກ ໃຫ້ພົບຄວາມສຸກອັນແທ້ຈິງທີ່ເກີດຈາກທັມມະກາຍພາຍໃນຕົວ ເຊິ່ງຈະເຫັນໄດ້ຈາກຖ້ອຍຄຳທີ່ເພີ່ນໄດ້ກ່າວໄວ້ວ່າ

ມະໂນປະນິທານຂອງຫລວງພໍ່ທັມມະໄຊໂຍ ທີ່ຜາດຳ ແຂວງຊຽງໃຫມ່

        “ທວຍວະເທບຜູ້ຢູ່ທີ່ຜາດຳເອີຍ ຂໍຈົ່ງເປັນພະຍານດ້ວຍເຖີດ ຂ້າຜູ້ປົກຄອງຜ້າກາສາວະພັດ ອັນເປັນທຸງໄຊແຫ່ງພຣະອະຣະຫັນ ຂໍປະກາດໃຫ້ຮູ້ວ່າຂ້າໄດ້ປັກທຸງຮົບອະຫິງສາ ປະຣະໂມທັມໂມຂຶ້ນ ທີ່ນີ້ແລ້ວໃນດວງໃຈຂ້າພະເຈົ້າ ເໜືອຂຸນເຂົາອັນເປັນທີ່ສະຖິດແຫ່ງຈອມໄທ ຂ້າພະເຈົ້າຂໍປະກາດໃຫ້ຮູ້ວ່າ ຂ້າພະເຈົ້າໄດ້ອຸທິດຊີວິດນີ້ໃຫ້ແກ່ພຣະສາສະໜາ ເພື່ອຈະບົ່ມບາຣະມີໃຫ້ແກ່ກ້າ ຈະຍົກຕົນ ແລະ ສັບພະສັດທັງຫຼາຍໃຫ້ພົ້ນຈາກກອງທຸກ ຕາບໃດ ສັດໂລກຍັງເຂົ້ານິບພານບໍ່ໝົດ ຂ້າພະເຈົ້າຈະຂໍຢູ່ແບບນີ້ ເພື່ອໂຜດສັດໂລກຕໍ່ໄປ ແລະ ຈະເຂົ້ານິພພານເປັນຄົນສຸດທ້າຍຂໍສັນຕິສຸກຈົ່ງມີແດ່ສັບພະສັດເຖີດ”

 

ຫລວງພໍ່ທັມມະຊະໂຍ   

                                                                                                  

ກ່ອນເຂົ້າສູ່ເສັ້ນທາງທັມ

ຫຼວງພໍ່ທັມມະໄຊໂຍ ມີຊື່ເດີມວ່າ ທ້າວໄຊຍະບູນ ສຸດທິຜົນ ເພີ່ນເປັນຄົນມັກອ່ານຫນັງສືທຸກປະເພດ ແລະ ມີຄວາມສົນໃຈທັມມະມາຕັ້ງແຕ່ເປັນເດັກນ້ອຍຈຶ່ງເຮັດໃຫ້ເພີ່ນ ສະແຫວງຫາຄວາມຮູ້ດ້ານທັມມະມາຕະຫຼອດ

         ວັນໜຶ່ງເພີ່ນໄດ້ພົບໜັງສືຊື່ວ່າ ‘’ທັມມະກາຍ’’ ເຊິ່ງເປັນທັມມະເທດສະໜາຂອງພຣະມົງຄົນເທບມຸນີ (ສົດ ຈັນທະສະໂຣ) ວັດປາກນ້ຳ ພາສີຈະເລີນ ໂດຍມີໃຈຄວາມຕອນໜຶ່ງວ່າ ‘’ຖ້າຈະຍ່າງໃຫ້ຖືກຕ້ອງຮ່ອງຮອຍຂອງພຣະສາສະໜາ ຕ້ອງປະຕິບັດໃຫ້ໄດ້ທັງຮູ້ທັງເຫັນ ອີກທັ້ງໃນຕອນທ້າຍເລື່ອງຍັງມີຂໍ້ຄວາມຢືນຢັນວ່າ ‘’ວັດປາກນ້ຳນີ້ຮຽນໄດ້ທັງຮູ້ທັງເຫັນ’’

ຂໍ້ຄວາມນີ້ເຮັດໃຫ້ເພີ່ນມີຄວາມປາດຖະໜາ ຢາກສຶກສາທັມມະກັບຫຼວງພໍ່ສົດຫຼາຍຍິ່ງຂຶ້ນ

         ມື້ໜຶ່ງເພີ່ນໄດ້ອ່ານໜັງສື ‘’ວິປັດສະນາບັນເທິງສານ’’ ທີ່ລົງເລື່ອງລາວກ່ຽວກັບຄຸນຍາຍອາຈານ ຈັນ ຂົນນົກຍຸງ ແມ່ຊີເຊິ່ງເປັນໜຶ່ງໃນສິດເອກທີ່ໄດ້ຮັບການຖ່າຍທອດວິຊາທັມມະກາຍຈາກຫຼວງພໍ່ສົດ ວັດປາກນ້ຳພາສີຈະເລີນ ເມື່ອຮູ້ແນວນັ້ນເພີ່ນຈຶ່ງມີຄວາມຕັ້ງໃຈທີ່ຈະໄປນຳຫາ ແລະ ໄດ້ມາສຶກສາທັມມະປະຕິບັດກັບຄຸນຍາຍອາຈານ ຈັນ ທີ່ວັດປາກນ້ຳພາສີຈະເລີນ ຕັ້ງແຕ່ຍັງຮຽນຢູ່ຊັ້ນມັດທະຍົມສຶກສາ

         ຈາກຊີວິດເດັກໜຸ່ມຄົນໜຶ່ງ ທີ່ເຫັນຜົນປະໂຫຍດຂອງການເຝິກສະມາທິ ແລະ ເຫັນວ່າສະມາທິເປັນປະໂຫຍດຕໍ່ຜູ້ອື່ນເຊັ່ນກັນ ເພີ່ນຈຶ່ງໝັ່ນຮຽນຮູ້ ແລະ ເຝິກການເຮັດສະມາທິຢ່າງຕໍ່ເນື່ອງ ລວມທັງໄດ້ຊວນໝູ່ເພື່ອນໃນມະຫາວິທະຍາໄລມາຮ່ວມນັ່ງສະມາທິ ຈົນເກີດເປັນເຄືອຄ່າຍນັກສືກສາທີ່ຮັກໃນການປະຕິບັດທັມ ຫຼາຍຄົນຫຼາຍຊີວິດປ່ຽນແປງໄປໃນທາງທີ່ດີຂຶ້ນ ຈຶ່ງເຮັດໃຫ້ເພີ່ນໝັ້ນໃຈໃນເສັ້ນທາງນີ້ຫຼາຍຂຶ້ນ

ມະໂນປະນິທານອັນຍິ່ງໃຫຍ່

         ດ້ວຍຄວາມມານະໃນການປະຕິບັດທັມຢ່າງຈິງຈັງ ເຮັດໃຫ້ຜົນການປະຕິບັດທັມຂອງເພີ່ນມີຄວາມກ້າວໜ້າຢ່າງຫຼວງຫຼາຍ ຄວາມຊຳນານໃນທັມມະປະຕິບັດຂອງເພີ່ນເປັນທີ່ຍອມຮັບຂອງຜູ້ທີ່ເຄີຍມາເຝິກສະມາທິກັບຄຸນຍາຍອາຈານ ຈົນເພີ່ນໄດ້ຮັບມອບໝາຍໃຫ້ເຮັດໜ້າທີ່ເປັນອ້າຍລ້ຽງຊ່ວຍແນະນຳການປະຕິບັດທັມໃຫ້ແກ່ຜູ້ທີ່ມາເຝິກສະມາທິຮ່ວມກັນສະເໝີ

         ຄວາມສຸກທີ່ເພີ່ນໄດ້ຮັບຈາກການປະຕິບັດທັມນີ້ເອງເປັນສິ່ງທີ່ເຮັດໃຫ້ເພີ່ນຕະໜັກເຖີງຄຸນຄ່າຂອງການປະຕິບັດທັມ ແລະ ເຂົ້າໃຈຢ່າງແຈ່ມແຈ້ງ ສະມາທິນັ້ນ ທີ່ຈະຊ່ວຍໃຫ້ທຸກຄົນພົ້ນທຸກ ແລະ ພົບຄວາມສຸກຢ່າງແທ້ຈິງ ອີກທັງຄວາມສຸກຈາກທັມມະກາຍພາຍໃນຍັງເປັນຄຳຕອບທີ່ເພີ່ນຄົ້ນຫາມາຕະຫຼອດເຖິງເປົ້າໝາຍທີ່ແທ້ຈິງຂອງການເກີດມາເປັນມະນຸດ ແລະ ເປັນສິ່ງທີ່ຈະເຮັດໃຫ້ເກີດສັນຕິພາບໃນໂລກໃບນີ້ໄດ້ຢ່າງແທ້ຈິງ

ວັມທັມມະໄຊ ເລີ່ມສານມະໂນປະນິທານ

         ເພີ່ນເອງມີຄວາມຕັ້ງໃຈຢາກບວດຕັ້ງແຕ່ຍັງຮຽນມະຫາວິທະຍາໄລ ເພາະເພີ່ນເຊື່ອວ່າຫົນທາງນີ້ສາມາດຊ່ວຍໃຫ້ຜູ້ຄົນພົ້ນຈາກຄວາມທຸກ ແລະ ພົບຄວາມສຸກທີ່ແທ້ຈິງ ຈົນມາຮອດຕອນເພີ່ນຮຽນຈົບການສຶກສາລະດັບປະລິນຍາຕີເມື່ອປີ ພ.ສ. 2512 ເພີ່ນຈຶ່ງຕັດສິນໃຈຢ່າງແນ່ວແນຍ່າງຕາມແນວທາງຂອງພຣະສັມມາສັມພຸດທະເຈົ້າດ້ວຍການສະລະຊີວິດທາງໂລກ ອອກບວດ ເຊິ່ງກົງກັບວັນທີ 27 ສິງຫາ 2512 ເປັນມື້ຂຶ້ນ 15 ຄໍ່າເດືອນ 9 ທີ່ພຣະອຸໂບສົດວັດປາກນ້ຳພາສີຈະເລີນ ໄດ້ສາຍາວ່າ ‘’ທັມມະໄຊໂຍ’’ ແປວ່າ ‘’ຜູ້ຊະນະໂດຍທັມ’’

         ຊີວິດໃໝ່ໃນເພດບັນພຣະຊິດຂອງຫຼວງພໍ່ທັມມະໄຊໂຍ ນອກຈາກເພີ່ນຈະເຖິງພ້ອມດ້ວຍສີລາຈາຣະວັດອັນດີງາມແລ້ວ ເພີ່ນຍັງໄດ້ເລີ່ມເຮັດຕາມມະໂນປະນິທານຕາມທີ່ຕັ້ງໃຈໄວ້ດ້ວຍການມຸ່ງສຶກສາທັມມະທັງພາກປະຣິຍັດ ແລະ ພາກປະຕິບັດ ພ້ອມທັງເຮັດໜ້າທີ່ສອນທັມມະໃຫ້ແກ່ສາທຸຊົນທີ່ມາປະຕິບັດທັມ ທີ່ບ້ານທັມມະປະສິດ ຈົນເຮັດໃຫ້ສະຖານທີ່ບໍ່ພຽງພໍທີ່ຈະຮອງຮັບສາທຸຊົນທີ່ເພີ່ມຫຼາຍຂຶ້ນ ຈື່ງມີຄວາມຄິດທີ່ຈະສ້າງສະຖານທີ່ແຫ່ງໃໝ່ເພື່ອໃຫ້ພຽງພໍທີ່ຈະຮອງຮັບສາທຸຊົນທີ່ມາປະຕິບັດທັມເປັນຈຳນວນຫຼາຍ

         ຕໍ່ມາໄດ້ຮັບການບໍລິຈາກທີ່ດິນໃນແຂວງປະທຸມທານີ ຈຳນວນ 196 ໄຮ່ ຈາກຄຸນຫຍິງປະຢັດ ແພດຍະພົງສາວິສຸດທາທິບໍດີ ທີ່ມີຄວາມສັດທາຕໍ່ຄຸນຍາຍ ແລະຫຼວງພໍ່ໃນສະໄໝນັ້ນ ແລະ ໄດ້ຕັ້ງຊື່ສະຖານທີ່ແຫ່ງນັ້ນວ່າ ‘’ສູນພຸດທະຈັກປະຕິບັດທັມ’’ ແລະ ຕໍ່ມາປ່ຽນຊື່ເປັນວັດທັມມະກາຍ ທີ່ພວກເຮົາໄດ້ຮູ້ຈັກ

         ຕັ້ງແຕ່ມື້ທຳອິດທີ່ເພີ່ນອອກບວດ ຫຼວງພໍ່ກໍ່ຕັ້ງໝັ້ນເຮັດຕາມອຸດົມການຂອງເພີ່ນຢ່າງແນ່ວແນ່ ກໍຄື ການນັ່ງສະມາທິ ເພື່ອພັດທະນາຄຸນນະທັມໃນຕົວໃຫ້ບໍລິສຸດຫຼາຍຂຶ້ນ ແລະ ຊວນຄົນມາຮຽນຮູ້ສະມາທິເພື່ອປະໂຫຍດສຸກໃນປັດຈຸບັນ ຈົນເຖິງປະໂຫຍດສູງສຸດຄືເຂົ້າສູ່ພຣະນິພພານ

         ຈາກຫົວໃຈຂອງຜູ້ໃຫ້ທີ່ຍິ່ງໃຫຍ່ ແລະ ຄວາມຮັກທີ່ມີຕໍ່ເພື່ອນມະນຸດ ເພີ່ນຈຶ່ງທຸ່ມເທໃນການສິດສອນທັມມະປະຕິບັດຢ່າງບໍ່ຮູ້ຈັກອິດເມື່ອຍ ດ້ວຍຄວາມຮັກທີ່ມີຕໍ່ທຸກຄົນປຽບເໝືອນລູກຂອງເພີ່ນເອງ ຈຶ່ງເຮັດໃຫ້ທຸກຄົນສຳພັດເຖິງຄວາມເມດຕາທີ່ພໍ່ມີຕໍ່ລູກ ຈຶ່ງເຮັດໃຫ້ທຸກຄົນເກີດແຮງບັນດານໃຈ ໃນການເຮັດຄວາມດີຢ່າງເຕັມທີ່ຄືກັນກັບຫຼວງພໍ່ ເພີ່ນຈຶ່ງເປັນສູນຮວມຈິດໃຈໃນການສ້າງຄວາມດີ ສັ່ງສົມບຸນບາຣະມີໃຫ້ເຖີງທີ່ສຸດ

         ດັ່ງນັ້ນໃນວັນທີ 27ສິງຫາ ຂອງທຸກໆປີ ເພື່ອເປັນການສະແດງເຖີງຄວາມກະຕັນຍູກະຕະເວທີຕໍ່ພຣະຄຸນຂອງພຣະພໍ່ທີ່ທຸ່ມເທຊີວິດຍົກລະດັບຈິດໃຈຂອງລູກໆໃຫ້ພົບຄວາມສຸກທີ່ແທ້ຈິງ ສາທຸຊົນວັດພຣະທັມມະກາຍອີກທັງສູນສາຂາທົ່ວໂລກ ຶ່ງພ້ອມໃຈກັນຈັດກິດຈະກຳສວດມົນ ນັ່ງສະມາທິ ແຜ່ເມດຕາ ອະທິຖານຈິດ ເພື່ອພັດທະນາຈິດໃຈເຕີມບຸນໃນຊີວິດ ແລະ ຍັງເປັນການປະຕິບັດຖວາຍເປັນພຸດທະບູຊາ

ຈາກອະດີດເຖິງປັດຈຸບັນແຫ່ງການສານຝັນໃຫ້ເປັນຈິງ

ຫຼວງພໍ່ທັມມະໄຊໂຍໄດ້ເລີ່ມຕົ້ນເຮັດຕາມມະໂນປະນີທານທີ່ໄດ້ຕັ້ງໃຈໄວ້ແຕ່ທຳອິດວ່າຈະນຳທັມມະໄປສູ່ໃຈຊາວໂລກ ດ້ວຍຫຼັກການ ‘’ສ້າງວັດໃຫ້ເປັນວັດ ສ້າງພຣະໃຫ້ເປັນພຣະແທ້ສ້າງຄົນໃຫ້ເປັນຄົນດີ’’

ສ້າງວັດໃຫ້ເປັນວັດ

         ເມື່ອວັນທີ່ 20 ກຸມພາ ພ.ສ. 2513 ເຊິ່ງຖືກກັບວັນມາຂະບູຊາໃນປີນັ້ນ ວັດທັມມະກາຍໄດ້ຖືກກໍ່ສ້າງຂຶ້ນມາເທິງພື້ນທີ່ 196 ໄຮ່ ໂດຍມີຈຸດປະສົງເພື່ອໃຊ້ສະຖານທີ່ແຫ່ງນີ້ເປັນທີ່ຮອງຮັບສາທຸຊົນທີ່ມາປະຕິບັດທັມ ແລະ ເພື່ອໃຫ້ສະຖານທີ່ນີ້ສະບາຍຕາ ສະບາຍໃຈ ເໝາະສົມແກ່ການປະຕິບັດທັມ ຈຶ່ງໄດ້ມີການກຳນົດລະບຽບ ລວມທັງເລື່ອງການຮັກສາຄວາມສະອາດພາຍໃນວັດ ເພື່ອເປັນການປູກຝັງນິໄສດີໆ ແກ່ຜູ້ທີ່ເຂົ້າມາປະຕິບັດທັມອີກດ້ວຍ.

         ດ້ວຍຄວາມຮ່ວມແຮງຮ່ວມໃຈຂອງຫຼວງພໍ່ ຄຸນຍາຍ ແລະ ເຫຼົ່າສິດຍານຸສິດພັດທະນາຜືນແຜ່ນດິນອັນແຫ້ງແລ້ງຈົນກາຍມາເປັນຜືນແຜ່ນດິນອັນຂຽວຊຸ່ມທີ່ໃຫ້ຄວາມຮົ່ມເຢັນ ແລະ ຕໍ່ມາໄດ້ຂະຫຍາຍພື້ນທີ່ເປັນ 2000 ໄຮ່ ມີສິ່ງກໍ່ສ້າງທີ່ຖາວອນໝັ້ນຄົງ ການບໍລິຫານງານ ແລະ ຄວາມເປັນຢູ່ເປັນໄປຢ່າງມີລະບົບລະບຽບ ເພື່ອຮອງຮັບສາທຸຊົນທີ່ມາປະຕິບັດທັມຫຼາຍຂຶ້ນເຖິງຫຼັກແສນຄົນ ຈົນຮອດປັດຈຸບັນ

ສ້າງພຣະໃຫ້ເປັນພຣະແທ້ 

         ຫຼວງພໍ່ທັມມະໄຊໂຍເພີ່ນໄດ້ລິເລີ່ມໂຄງການຕ່າງໆ ເພື່ອໃຫ້ພຸດທະບໍລິສັດ 4 ມີຄວາມຕື່ນຕົວ ແລະ ມາຮ່ວມແຮງຮ່ວມໃຈກັນຟື້ນຟູສີລລະທັມໃຫ້ກັບມາຈະເລີນຮຸ່ງເຮືອງອີກຄັ້ງ ໂດຍຈັດໃຫ້ມີການອົບຮົມພຣະ ໃຫ້ເປັນພຣະແທ້ ເພື່ອເປັນຕົ້ນບຸນຕົ້ນແບບທີ່ດີໃຫ້ແກ່ເຫຼົ່າພຣະພຸດທະສາສະນິກກະຊົນ ແລະ ສ້າງສັດທາໃຫ້ເກີດແກ່ຜູ້ທີ່ຍັງບໍ່ມີສັດທາໃນພຣະພຸດທະສາສະໜາ ສ້າງພຣະສົງໃຫ້ເປັນຄູສອນສີລລະທັມ ແລະ ສະມາທິແກ່ຄົນທົ່ວໄປໃນປະເທດ ແລະ ຕ່າງປະເທດເຊິ່ງຈະນຳໄປສູ່ການສ້າງຄົນດີໃຫ້ເປັນຄົນດີ ຕາມມະໂນປະນິທານທີ່ຕັ້ງໃຈໄວ້ໄດ້ສຳເລັດ

ສ້າງຄົນໃຫ້ເປັນຄົນດີ

         ການຈະສ້າງຄົນໃຫ້ເປັນຄົນດີໄດ້ນັ້ນຈຶ່ງຕ້ອງເລີ່ມຕົ້ນດ້ວຍການສັມມາທິດຖິໃຫ້ເກີດຂຶ້ນຄືມີຄວາມເຂົ້າໃຈຖືກຕ້ອງໃນເລື່ອງກົດແຫ່ງກັມ ດ້ວຍເຫດນີ້ຈຶ່ງເປັນທີ່ມາຂອງການຈັດໃຫ້ມີກິດຈະກຳເພື່ອປູກຝັງສີລລະທັມໃຫ້ແກ່ເຍົາວະຊົນ ແລະ ບຸກຄົນທົ່ວໄປຜ່ານໂຄງການຕ່າງໆ ຫຼາຍຮ້ອຍໂຄງການ

         ການປູກຝັງຄຸນນະທັມຜ່ານໂຄງການຕ່າງໆ ຫຼວງຫຼາຍນັ້ນ ຫົວໃຈສຳຄັນທີ່ແທ້ຈິງຂອງການສ້າງຄົນ ຄື ຕ້ອງໃຫ້ທຸກຄົນໄດ້ຮັບຮູ້ເຖິງຄວາມສຸກຈາກພາຍໃນດ້ວຍຕົນເອງ ແລະ ສິ່ງນີ້ຈະເກີດຂຶ້ນໄດ້ກໍ່ດ້ວຍການປະຕິບັດທັມມະຢ່າງສະໝໍ່າສະເໝີ ແລະ ມີວິທີການທີ່ຖືກຕ້ອງ  ຫາກທຸກຄົນສາມາດປະຕິບັດທັມຈົນໄດ້ຮັບຄວາມສຸກພາຍໃນແລ້ວ ຄວາມສຸກນັ້ນຍ່ອມແຜ່ຂະຫຍາຍອອກໄປສູ່ຜູ້ຄົນພາຍນອກໃຫ້ໄດ້ສັມພັດ ເລີ້ມຈາກຄົນຮອບຕົວຈົນຂະຫຍາຍ ສູ່ຄົນຫຼາຍລ້ານຄົນໃນໂລກ

         ການປະຕິບັດທັມຈຶ່ງເປັນຫົວໃຈສຳຄັນຕໍ່ການສ້າງສັນຕິສຸກພາຍໃນ ສູ່ສັນຕິພາບພາຍນອກໄດ້ຢ່າງແທ້ຈິງ ສົມດັ່ງເຈດຕະນາລົມຂອງຫຼວງພໍ່ທັມມະໄຊໂຍທີ່ຕ້ອງການໃຫ້ສັນຕິພາບໂລກບັງເກີດຂຶ້ນຈາກສັນຕິສຸກພາຍໃນ (ຄວາມສຸກພາຍໃນຕົວ)  ຂອງທຸກຄົນ World Peace Through Inner Peace

 

“ຈະຢຸດສົງຄາມໄດ້ ທຸກຄົນໃນໂລກກໍ່ຕ້ອງຮ່ວມມືກັນດ້ວຍການຢຸດໃຈເຂົ້າໄປໃຫ້ເຖິງຄວາມສະຫງົບພາຍໃນໃຈຈົນເກີດສັນຕິສຸກ ແລ້ວສັນຕິສຸກນັ້ນ ກໍ່ຈະຂະຫຍາຍມາສູ່ພາຍນອກ ເຮັດໃຫ້ເກີດສັນຕິພາບພາຍນອກທີ່ແທ້ຈິງ’’

ໂອວາດຫຼວງພໍ່ທັມມະໄຊໂຍ (28ມ.ກ 2549)

ກິດຈະກຳໃນວັນທັມມະໄຊ 27 ສິງຫາ ພ.ສ. 2564

         ສຳລັບວັນທັມມະໄຊໃນປີນີ້ກົງກັບວັນເສົາທີ 27 ສິງຫາ ພ.ສ. 2565 ທາງວັດພຣະທັມມະກາຍໄດ້ນິມົນຄະນະສົງທັງພາຍໃນປະເທດ ແລະ ຕ່າງປະເທດນັບໝື່ນອົງມາຮ່ວມກັນຈະເລີນພຸດທະມົນ ນັ່ງສະມາທິ ແຜ່ເມດຕາ ແລະ ເຊີນອະທິຖານຈິດເພື່ອໃຫ້ໂລກພົບຄວາມສະຫງົບສຸກໃນໄວໆນີ້ ຜ່ານແອັບ ZOOM ແລະ ເຊີນຊວນຜູ້ຮັກໃນສັນຕິພາບທຸກທ່ານບໍ່ວ່າຈະຢູ່ບ່ອນໃດ ມຸມໃດຂອງໂລກດ້ວຍການຈຸດໂຄມປະທີບ ແລະ ນັ່ງສະມາທິໃນເວລາດຽວກັນ ຮູບຂອງພວກເຮົາທຸກຄົນຈະມາປາກົດລວມກັນທີ່ໜ້າຈໍຂະໜາດໃຫຍ່ ບໍລິເວນດ້ານໜ້າຂອງພຣະມະຫາທັມມະເຈດີ (ເຈດີພຣະພຸທທະເຈົ້າລ້ານພຣະອົງ) ທີ່ວັດພຣະທັມມະກາຍປະເທດໄທ ຄືກັບພວກເຮົາທຸກຄົນໄດ້ມາຈຸດປະທີບ ແລະ ນັ່ງສະມາທິຮ່ວມກັນ

        ເມື່ອພວກເຮົາທຸກຄົນພ້ອມກັນກັ່ນໃຈໃຫ້ຜ່ອງໃສ ແບ່ງປັນຄວາມຮັກຄວາມປາດຖະໜາດີໂດຍການແຜ່ເມດຕາຈາກໃຈຂອງພວກເຮົາ ກະແສແຫ່ງຄວາມບໍລິສຸດນີ້ຈະຂະຫຍາຍໄປສູ່ບຸກຄົນອ້ອມຂ້າງອັນເປັນທີ່ຮັກຂອງເຮົາທຸກຄົນ ຍາດສະໜິດມິດສະຫາຍ  ລວມເຖິງສັບພະສັດທັງຫຼາຍໃຫ້ມີແຕ່ຄວາມຄິດດີ ມີຄວາມປາດຖະໜາດີີເຊິ່ງກັນແລະກັນ ຕະຫຼອດຈົນເຖິງສິ່ງແວດລ້ອມທົ່ວທັງໂລກ ກະແສແຫ່ງຄວາມບໍລິສຸດນີ່ຈະຄຸ້ມຄອງໂລກໃຫ້ພົບສັນຕິພາບ ແລະ ສັນຕິສຸກຢ່າງແທ້ຈິງ

 

ວັນທັມມະໄຊ
ວັນເສົາທີ 27 ສິງຫາ ພ.ສ.2565
ທີ່ວັດພຣະທັມມະກາຍ ແຂວງປະທຸມທານີ

ກຳນົດການ

08.30ນ.ສູດມົນບົດທັມມະຈັກກັບປະວັດຕະນະສູດ 1ຈົບ
09.30ນ.ປະຕິບັດທັມ
10.35ນ.ພິທີຖວາຍລາງວັນປະກາດກຽດຕິຄຸນ Guiness World Records
10.55ນ.ພິທີກ່າວຄຳຖວາຍອາຄານ 80 ປີ ບູຊາທັມຫຼວງພໍ່ທັມມະໄຊໂຍ ພິທີກ່າວຄຳຖວາຍພັດຕາຫານເປັນສັງຄະທານ

ພິທີຕອນບ່າຍ
12.30.ລາຍການສູ້ຕໍ່ໄປ
13.30ນ.ຫຼວງພໍ່ທັດຕະຊີໂວ ປະທານສົງ ເດີນທາງມາຮອດສູນກາງພິທີ
13.35ນ. ຍ່າງຂະບວນອັນເຊີນຜ້າປ່າເຂົ້າສູ່ສູນກາງພິທີ
14.15ນ.ປະຕິບັດທັມ
14.40ນ.ພິທີທອດຜ້າປ່າສົມທົບກະຖິນຄັ້ງທີ 1
15.20ນ.ຫຼວງພໍ່ທັຕຕະຊີໂວ ປະທານສົງ ກ່າວໃຫ້ໂອວາດ/ນຳບູຊາພຣະຣັຕຕະນະໄຕຣ
16.00ນ.ແລ້ວພິທີຕອນບ່າຍ

ພິທີຕອນຄ່ຳ

19.00ນ.ພຣະພາວະນາທັມວິເທດປະທານສົງ ເດີນທາງມາຮອດສູນກາງພິທີ
– ຈຸດປະທີບໂຄມເອກປະຕິບັດທັມ / ກ່າວຄຳຈຸດປະທີບ
19.30ນ.ຄະນະສົງທົ່ວໂລກປະກອບພິທີຈະເລີນພຸທທະມົນ / ປະຕິບັດທັມ
21.00ນ.ເປັນຕົ້ນໄປສະຫຼອງໄຊສູດມົນບົດທັມມະຈັກກັບປະວັດຕະນະສູດ 4,654,545,454 ຈົບ ເນື່ອງໃນວັນທັມມະໄຊ