ວັນຄຸ້ມຄອງໂລກ

ເມື່ອເຮົາສະຫວ່າງ ໂລກກໍ່ສະຫວ່າງນຳ

ນັ່ງສະມາທິແລະຈຸດປະທີບພ້ອມກັນທົ່ວໂລກ

ຜ່ານ App Zoom  ຮ່ວມຄຸ້ມຄອງໂລກໃຫ້ເກີດສັນຕິພາບນຳກັນ

ໃນວັນພະຫັດທີ 22 ເມສາ ພ.ສ.2565

ປັດຈຸບັນບັນຫາກ່ຽວກັບສິ່ງແວດລ້ອມເປັນພິດໄດ້ທະວີຄວາມຮຸນແຮງຂຶ້ນຢ່າງໄວວາ ບໍ່ວ່າຈະເປັນບັນຫານ້ຳເສຍ ອາກາດເປັນພິດ ຫລືການຕັດໄມ້ທຳລາຍປ່າ ທີ່ສົ່ງຜົນໃຫ້ເກີດວາຕະໄພ ຫລືອຸທົກກະໄພ  ແບບຮຸນແຮງແລະຮຸນແຮງ ນອກຈາກນັ້ນກໍ່ຍັງມີບັນຫາສິ່ງແວດລ້ອມ ເຊິ່ງເປັນບັນຫາໂລກ ເຊັ່ນບັນຫາການເກີດປາກົດການ Green House Effect ບັນຫາປະລິມານໂອໂຊນ ໃນຊັ້ນບັນຍາກາດຫລຸດລົງ ຫລືບັນຫາພະລັງງານຂອງໂລກ ທີ່ຈະຕ້ອງຫາມາທົດແທນການໃຊ້ນ້ຳມັນ ເປັນຕົ້ນ

ວັນຄຸ້ມຄອງໂລກ (Earth Day)

ວັນຄຸ້ມຄອງໂລກຖືເປັນວັນສຳຄັນ ຂອງກະບວນການອຸນຸລັກທຳມະຊາດທົ່ວໂລກ ກົງກັບວັນທີ 22 ເມສາ 2513 ເປັນວັນທີ່ເຮົາຈະໄດ້ລະນຶກເຖິງສິ່ງແວດລ້ອມ ແລະວາງແຜນວ່າເຮົາຈະເຮັດອັນໃດແນ່ເພື່ອປົກປ້ອງ ຂອງຂວັນທີ່ທຳມະຊາດມອບໃຫ້ແກ່ໂລກຂອງເຮົາຫນ່ວຍນີ້

ໃນຂະນະທີ່ເຊື້ອພະຍາດໂຄວິດ 19 ໄດ້ແຜ່ຂະຫຍາຍໄປທົ່ວທັງໂລກຕັ້ງແຕ່ຕົ້ນປີ 2020 ຈົນຮອດປະຈຸບັນນີ້ ມີຄົນທົ່ວໂລກທີ່ຕິດເຊື້ອພະຍາດໂຄໂລນ່າໄວຣັສລວມກັນຫລາຍກວ່າຫນຶ່ງຮ້ອຍລ້ານຄົນ ແລະມີພົນລະເມືອງໂລກເສຍຊີວິດໄປຫລາຍລ້ານຄົນ ໂລກລະບາດນີ້ໄດ້ເຮັດໃຫ້ມະນຸດໄດ້ຄິດເຖິງຄວາມບໍ່ຫມັ້ນຄົງໃນຊີວິດ ຄວາມເສຍຫາຍທັງຫມົດທີ່ເກີດຂຶ້ນຕໍ່ສິ່ງແວດລ້ອມໂລກຕ້ອງໄດ້ຮັບການແກ້ໄຂຢ່າງໄວວາ

ຍິ່ງໄປກວ່ານັ້ນ ເລຂາທິການສະຫະປະຊາຊາດ ພະນະທ່ານອັນໂຕນິໂອ ກູເຕີເຣສ ໄດ້ກ່າວເຖິງຜົນກະທົບທາງດ້ານສັງຄົມແລະເສດຖະກິດຈາກໂຄວິດ19 ວ່າ ຖ້າຫາກພວກເຮົາໄດ້ໃສ່ໃຈໃນເລື່ອງການພັດທະນາແບບຢັ້ງຢືນ ແລະຂໍ້ຕົກລົງປາລີດໃນເລື່ອງປ່ຽນແປງສະພາບອາກາດໃຫ້ຫລາຍ ພວກເຮົາຈະສາມາດຈັດການກັບການປ່ຽນແປງນີ້ໄດ້ດີຍິ່ງຂຶ້ນ

ມີອົງກອນເອກກະຊົນຫລາຍແຫ່ງທີ່ເຝົ້າສັງເກດການກ່ຽວກັບ ກິດຈະກຳຕາມໂຮງຣຽນແລະສວນສາທາລະນະຫລາຍພັນບ່ອນທີ່ຈັດຂຶ້ນໃນວັນນີ້ ປະເທດຕ່າງໆ ທົ່ວໂລກຈະຈັດກິດຈະກຳຕ່າງໆ ໃນວັນຄຸ້ມຄອງໂລກ ຊ່ວຍຍ້ຳເຕືອນວ່າຈິດສຳນຶກດ້ານສິ່ງແວດລ້ອມເປັນສ່ວນຫນຶ່ງຂອງຈິດສຳນຶກປະຊົນທົ່ວປະເທດແລະການພິທັກສິ່ງແວດລ້ອມ ເຮັດໃຫ້ເຮົາໄດ້ນຶກເຖິງຄວາມຮັບຜິດຊອບຫລາຍຂຶ້ນໃນຖານະຜູ້ຢູ່ອາໄສໃນໂລກຫນ່ວຍນີ້ ແລະຖືເປັນໂອກາດທີ່ດີທີ່ເຮົາຈະໄດ້ມາທົບທວນກິດຈະກຳຕ່າງໆທີ່ມີຜົນກະທົບຕໍ່ໂລກ ຫລືອີກຢ່າງຫນຶ່ງຄືສິ່ງແວດລ້ອມແລະກິດຈະກຳໃດກໍ່ຕາມທີ່ສາມາດເຮັດໃຫ້ໂລກຫນ່ວຍນີ້ນ່າຢູ່ຍິ່ງຂຶ້ນ

ສິ່ງທີ່ປ່ຽນແປງໂລກ

ປັດໃຈແວດລ້ອມຂອງໂລກໄດ້ປ່ຽນແປງທຸກວັນຈາກສາເຫດຫລັກສອງປະການ ຄື ປາກົດການທາງທຳມະຊາດ ແລະການກະທຳຂອງມະນຸດ

  1. ປາກົດການທາງທຳມະຊາດ ເຊັ່ນ ນ້ຳຖ້ວມ ໄຟປ່າ ແລະພາຍຸ ລ້ວນແຕ່ເປັນສ່ວນຫນຶ່ງຂອງທຳມະຊາດ ທີ່ເຮັດໃຫ້ໂລກເກີດເປັນຮູບເປັນຮ່າງຂຶ້ນມາ ໂລກທີ່ເຮົາອາໄສຢູ່ທຸກວັນນີ້ເກີດຈາກການທຳງານຂອງທຳມະຊາດ ເຫດການເຫລົ່ານີ້ລ້ວນສົ່ງຜົນຕໍ່ໂລກເຊິ່ງຍາກຕໍ່ການຄວບຄຸມ ແລະບໍ່ອາດຈະຄວບຄຸມໄດ້
  2. ການກະທຳຂອງມະນຸດ ເຊັ່ນ ການຕັດໄມ້ທຳລາຍປ່າ ການທົດລອງນິວເຄຣຍ ການສ້າງມົນລະພິດທາງນ້ຳ ແລະອາກາດ ລວມໄປເຖິງການໃຊ້ຊັບພະຍາກອນທຳຊາດໂດຍສິ້ນເປືອງ ລ້ວນແລ້ວແຕ່ເປັນປັດໃຈທີ່ເຮັດໃຫ້ສະພາບແວດລ້ອມໃນໂລກເສື່ອມໂຊມລົງແລະບາງເທື່ອກໍ່ບໍ່ສາມາດຄວບຄຸມມັນໄດ້

ບັນຫາຂອງໂລກທີ່ເກີດຂຶ້ນມາຈາກປາກົດການທາງທຳມະຊາດນັ້ນ ເມື່ອວິເຄາະໃຫ້ເລິກລົງໄປແລ້ວນັ້ນ ສາເຫດກໍ່ມາຈາກມະນຸດເປັນສ່ວນໃຫຍ່ ຈະເຫັນໄດ້ວ່າມະນຸດເປັນສາເຫດຫລັກຂອງບັນຫາສິ່ງແວດລ້ອມທາງທັງຕົງແລະທາງອ້ອມ ຈຶ່ງຈຳເປັນຢ່າງຍິ່ງທີ່ມະນຸດຈະປ່ຽນການກະທຳຕ່າງໆທີ່ບໍ່ດີຕໍ່ໂລກຫນ່ວຍນີ້ ເຊິ່ງການກະທຳທີ່ບໍ່ດີເຫລົ່ານີ້ ເກີດຈາກນິໄສທີ່ເຫັນແກ່ຕົວ ເຫັນແກ່ໄດ້ ແລະເມື່ອຍ້ອນກັບໄປວ່ານິໄສທີ່ເຫັນແກ່ຕົວເຫັນແກ່ໄດ້ນີ້ເກີດມາຈາກໄສ ກໍ່ຈະເຫັນໄດ້ວ່າ ສາເຫດມາຈາກຄວາມຄິດ ຫລືທັດສະນະຄະຕິທີ່ບໍ່ດີເກີດຂຶ້ນມາກ່ອນ

ທັດສະນະຄະຕິທີ່ດີແລະບໍ່ດີມີຜົນຕໍ່ໂລກ

ບຸກຄົນຫນຶ່ງຄົນມີທັດສະນະຄະຕິທີ່ບໍ່ດີ ມີຄວາມເຫັນແກ່ຕົວ ເຫັນແກ່ໄດ້ມີຄວາມມັກງ່າຍ ເອົາແຕ່ສະດວກຕົນເອງເປັນຫລັກ ໂດຍບໍ່ສົນວ່າສິ່ງແວດລ້ອມຈະເປັນແບບໃດ ແລະຈະມີຜົນຕໍ່ສິ່ງແວດລ້ອມທັງທີ່ມີຊີວິດແລະບໍ່ມີຊີວິດ ຄວາມມັກງ່າຍຂອງຄົນຫນຶ່ງຄົນ ກະທົບໄປຫາສິ່ງແວດລ້ອມ ບຸກຄົນຮອບຂ້າງ ແລະຍິ່ງຖ້າບຸກຄົນຮອບຂ້າງນັ້ນກໍ່ມີທັດສະນະຄະຕິທີ່ເຫັນແກ່ໄດ້ ມັກງ່າຍຄືກັນຜົນກະທົບທີ່ບໍ່ດີນີ້ກໍ່ຈະຍິ່ງຂະຫຍາຍ ໄປໃນວົງທີ່ກວ້າງຂວາງຂຶ້ນຢ່າງໄວວາຈົນຍາກທີ່ຈະຢຸດໄດ້
ທັດສະນະຄະຕິທີ່ບໍ່ດີເກີດຈາກໃຈມະນຸດທີ່ມີຄວາມທຸກ ຜູ້ທີ່ມີຄວາມທຸກໃຈບໍ່ຜ່ອງໃສຢູ່ຕະຫລອດການເວົ້າແລະການກະທຳຂອງເຂົາຈະໄປກະທົບກະທັ່ງກັບຄົນຮອບຂ້າງ ເຮັດໃຫ້ເຂົາເກີດມີຄວາມທຸກໄປນຳ ຍົກຕົວຢ່າງເຊັ່ນ ຂີ້ເຫຍື່ອທີ່ຖິ້ມບໍ່ເປັນທີ່ເປັນທາງ ທຳລາຍທຳມະຊາດທະເລ ແມ່ນ້ຳ ມີຜົນກະທົບຕໍ່ສັດແລະມະນຸດເປັນຈຳນວນຫລວງຫລາຍ ທີ່ເຂົາເຮັດແບບນີ້ທັງທີ່ຮູ້ວ່າມັນເປັນສິ່ງບໍ່ດີ ແຕ່ກໍ່ຍັງເຮັດ ນັ້ນກໍ່ເປັນເພາະວ່ານິໄສທີ່ເຂົາຄຸ້ນເຄີຍແລະທັດສະນະຄະຕິຄວາມຄິດທີ່ມັກງ່າຍຫລືສະດວກສຳຫລັບແຕ່ຕົວເອງ ໂດຍທີ່ບໍ່ຄິດເຖິງຜົນກະທົບທີ່ຕາມມາ

ເຊິ່ງໃຈທີ່ຜ່ອງໃສນັ້ນປຽບດັ່ງກັບນ້ຳທີ່ໃສ ເຫັນຕົວປາໃນນ້ຳໄດ້ແບບຊັດເຈນ ຜູ້ທີ່ມີໃຈທີ່ຜ່ອງໃສ ເຂົາຈະສາມາດກັ່ນກອງເລື່ອງລາວຕ່າງໆໄດ້ລະອຽດ ເມື່ອພົບບັນຫາຫລືເລື່ອງລາວຕ່າງໆ ກໍ່ຈະເຫັນຕົ້ນຕໍຂອງບັນຫາໄດ້ຢ່າງຊັດເຈນ ແລະສາມາດແກ້ໄຂບັນຫາໄດ້ຖືກຈຸດ ບໍ່ວ່າຈະເປັນບັນຫານ້ອຍໃຫຍ່ ຈົນເຖິງລຳດັບບັນຫາຂອງສັງຄົມ ປະເທດ ຫລືລະດັບໂລກ ສຸດທ້າຍບັນຫາເຫລົ່ານັ້ນກໍ່ຈະໄດ້ໃນທີ່ສຸດ

ການປູກຝັງທັດສະນະຄະຕິທີ່ດີເລີ້ມຈາກການເຝິກໃຈໃຫ້ຜ່ອງໃສ

ການປູກຝັງທັດສະນະຄະຕິທີ່ດີໃນການຮັກສາໂລກນີ້ ສາມາດສ້າງໄດ້ໂດຍຜ່ານການເຮັດສະມາທິ ການເຮັດສະມາທິທຸກມື້ເປັນການເຝິກຝົນໃຈໃຫ້ຜ່ອງໃສຢູ່ສະເຫມີ ເຊິ່ງມີວິທີການເຮັດງ່າຍໆໄດ້ດັ່ງນີ້ຄື ໃນຂະນະທີ່ເຮົາຫລັບຕາ ຂໍໃຫ້ປ່ອຍວາງເລື່ອງລາວຕ່າງໆ ໄວ້ຊົ່ວຄາວ ຄືກັບຄວາມຄິດທີ່ວ່າງເປົ່າ ໂລ່ງໆ ແລ້ວໃຫ້ລອງຫາຍໃຈເລິກໆ ເບົາໆ ເຮົາຈະສັງເກດໄດ້ວ່າ ໃນບໍລິເວນລົມຫາຍໃຈໃນກາງທ້ອງຂອງເຮົາ ເປັນຈຸດທີ່ສະບາຍທີ່ສຸດ ຈຸດດັ່ງກ່າວມານີ້ເປັນຈຸດເລີ້ມຕົ້ນຂອງເຮົາທີ່ຈະພົບໃຈຂອງເຮົາເອງ
ເຊິ່ງແທ້ທີ່ຈິງກໍ່ຄືຈຸດທີ່ສູນກາງກາຍທີ່ມີຢູ່ໃນຕົວມະນຸດເຮົາທຸກຄົນ ຈາກນັ້ນເຮົາລອງນຶກສົມມຸດວ່າມີດວງແກ້ວມົນໆ ໃສ ສະຫວ່າງ ຄືດວງຕະເວັນໃນຍາມທ່ຽງ ຫລືດວງຈັນໃນຄືນເດືອນເພັງ ຫລືດວງດາວທີ່ສ່ອງແສງເປັ່ງປະກາຍໃສສະຫວ່າງໃນຍາມກາງຄືນ ໃຫ້ມາປາກົດລອຍຢູ່ ໃນສູນກາງກາຍ ຫລືກາງທ້ອງຂອງເຮົາບ່ອນນີ້ ພໍເຮົາລອງນຶກແລ້ວ ອາດຈະມີເລື່ອງວຸ່ນວາຍໃຫ້ຄິດເຖິງເລື່ອງລາວຕ່າງໆ ຂໍໃຫ້ເຮັດໃຈເຢັນໆ ຄ່ອຍໆນຶກ ພ້ອມກັບທ່ອງປະໂຫຍກໃດປະໂຫຍກຫນຶ່ງທີ່ສັ້ນໆ ເບົາໆ ຄ່ອຍໆຄ້າຍກັບດັງອອກມາຈາກກາງທ້ອງ ຫລືກາງດວງສະຫວ່າງໃນກາງທ້ອງຂອງເຮົາ ເຊັ່ນຄຳພາວະນາສັ້ນໆວ່າ “ສັມມາອະຣະຫັງ ໆ” ຫລື “ຢຸດ ນິ່ງ ສະບາຍ” ຫລາຍໆຄັ້ງ ຈົນກວ່າຕົວເຮົາຈະຮູ້ສຶກວ່າ ເລີ້ມບໍ່ມີຄວາມຄິດອື່ນໃດໆ ນອກຈາກຄວາມຮູ້ສຶກ ທີ່ເລີ້ມສຳຜັດກັບຄວາມສະຫວ່າງແລະສະຫງົບພາຍໃນ

ວິທີການເຝິກນີ້ ເຖິງວ່າຈະຄືກັບບົດເຝິກເບື້ອງຕົ້ນ ແຕ່ເຮົາກໍ່ສາມາດເຝິກຝົນໄດ້ຕະຫລອດ ທຸກອະຣິຍະບົດ ໂດຍຂໍໃຫ້ກຳຫນົດນຶກເຖິງພາບດວງແກ້ວໃສສະຫວ່າງແລະທ່ອງເບົາໆ ໃນໃຈແບບນີ້ ຢ່າງສະຫມ່ຳສະເຫມີ ຕໍ່ເນື່ອງ ຈົນກາຍເປັນນິໄສ ແລ້ວເຮົາຈະພົບວ່າ ເຮົາກຳລັງພົບກັບສິ່ງມະຫັດສະຈັນແລະເລີ້ມພົບກັບການປ່ຽນແປງ ຂອງຮ່າງກາຍແລະຈິດໃຈທີ່ເລີ້ມມີການພັດທະນາໃນທາງທີ່ດີຂອງຊີວິດເທື່ອລະຫນ້ອຍໆ ເຖິງວ່າຈະຍັງບໍ່ສາມາດຮູ້ສຶກໄດ້ພາຍໃນຫນຶ່ງຫລືສອງຊົ່ວໂມງ ແຕ່ຂໍໃຫ້ເຮົາເຮັດຕໍ່ໄປ ເພາະເຮົາຍັງໃຊ້ເວລາທີ່ຕໍ່ເນື່ອງສະຫມ່ຳສະເຫມີ ດັ່ງເຊັ່ນ ການປູກຕົ້ນໄມ້ທີ່ເຮົາກຳລັງກ້າໃນແລ້ວເລີ້ມງອກງາມ ຈາກຕົ້ນກ້ານ້ອຍໆ ຈົນເຕີບໃຫຍ່ກາຍເປັນຕົ້ນໄມ່ໃຫຍ່ ຄ່ອຍເປັນຄ່ອຍໄປ ໂດຍທີ່ເຮົາບໍ່ສາມາດກຳຫນົດຫລືແທກໄດ້ວ່າ ຂະຫນາດຂອງຕົ້ນໄມ້ນັ້ນໃຫຍ່ຂຶ້ນວັນລະເທົ່າໃດ

ສັນຕິສຸກພາຍໃນ ແຜ່ຂະຫຍາຍສູ່ສັນຕິພາບພາຍນອກ

ຈາກຫລາກຫລາຍຄວາມຄິດທີ່ວຸ່ນວາຍເລີ້ມເບົາບາງຈົນເຫລືອຫນ້ອຍ ແລະໃນທີ່ສຸດສາມາດຢຸດນິ່ງ ເປັນຫນຶ່ງດຽວກັບຄວາມສະຫວ່າງຂອງດວງແກ້ວໃສກະຈ່າງໃນກາງກາຍ ເມື່ອເປັນແບບນີ້ ເຮົາຈະພົບກັບຄວາມສຸກທີ່ບໍລິສຸດແລະເປັນຄວາມສຸກທີ່ສຳຜັດໄດ້ດ້ວຍຕົວເຮົາເອງ ສາມາດກ່າວໄດ້ວ່າເປັນຄວາມສຸກທີ່ປານີດທີ່ໃຜໆ ກໍ່ສາມາດເຮັດໄດ້ ທຸກຄົນບໍ່ວ່າເຂົາເຫລົ່ານັ້ນຈະມີເຊື້ອຊາດ ພາສາຫລື ຍັງນັບຖືຄວາມເຊື່ອໃນສາສະຫນາໃດ ເພາະນີ້ເປັນຄວາມສຸກຂອງມະນຸດຊາດ ເປັນຄວາມສຸກທີ່ ບໍ່ຕ້ອງໄປສະແຫວງຫາ ຫລືໄຂວ່ຄວ້າມາຈາກສິ່ງພາຍນອກ
ແລະທີ່ສຳຄັນຄື ຖ້າມະນຸດທຸກຄົນລົງມືເຮັດເທົ່ານັ້ນ ກໍ່ຈະໄດ້ຮູ້ຈັກ ໃຈ ຈອງຕົນເອງ ແລະຖ້າສາມາດຄວບຄຸມໃຈຕົນເອງໃຫ້ມີການສະແດງອອກເປັນ ຄວາມຄິດ ຄຳເວົ້າ ການກະທຳທີ່ດີງາມແລະເຫມາະສົມແລ້ວຍ່ອມຈະເກີດຄວາມເຂົ້າໃຈໃນຄວາມຮູ້ສຶກ ຂອງຜູ້ອື່ນ ຮູ້ຈັກຍັບຍັ້ງຊັ່ງໃຈ ແຍກແຍະໄດ້ວ່າ ແມ່ນຫຍັງຄືສິ່ງທີ່ຖືກ ແມ່ນຫຍັງຄືສິ່ງທີ່ຜິດ ແລະແມ່ນຫຍັງຄືຄວາມດີ ແລະແມ່ນຫຍັງຄືຄວາມຊົ່ວ ແລະຖ້າຫາກຄົນໃນຄອບຄົວ ສັງຄົມແລະທົ່ວທັງໂລກໄດ້ລອງເຝິກຝົນສະມາທິຈົນບັນລຸຜົນແບບນີ້ແລ້ວທຸກຄົນຈະໄດ້ສຳຜັດແລະບອກກັບຕົນເອງວ່ານີ່ຄືຄວາມສຸກທີ່ແທ້ຈິງ ເປັນສັນຕິສຸກພາຍໃນ ທີ່ຈະເຮັດໃຫ້ເກີດ ສັນຕິພາບພາຍນອກ ເປັນສັນຕິພາບທີ່ບໍລິດສຸດ ທີ່ບໍ່ແມ່ນວ່າໄດ້ມາຍ້ອນກຳລັງຫລືໃຊ້ອາວຸດ ຫລືໄດ້ໄຊຊະນະຈາກສົງຄາມ ແລະວິທີການນີ້ຖືໄດ້ວ່າ ເປັນການຄຸ້ມຄອງໂລກໄດ້ແບບແທ້ຈິງ

ເມື່ອເຮົາສະຫວ່າງ ໂລກກໍ່ສະຫວ່າງນຳ

ຈາກບົດເຝິກໃຈເບື້ອງຕົ້ນທີ່ໄດ້ກ່າວມານັ້ນ ຄືການປະຕິບັດ “ສະມາທິ” ຫລືການທຳໃຈໃຫ້ສະອາດບໍລິສຸດ ອັນເປັນແນວທາງທີ່ຈະສ້າງສັນໃຫ້ເກີດສັນຕິພາບແກ່ສັງຄົມມະນຸດໄດ້ (Clean the World , Clean the Mind)  ສິ່ງນີ້ເອງທີ່ເປັນມະໂນປະນິທານຂອງຫລວງພໍ່ທັມມະຊະໂຍ ທີ່ປາດຖະຫນາຈະນຳເອົາວິທີການ ປະຕິບັດສະມາທິອອກມາເຜີຍແຜ່ໃຫ້ຊາວໂລກໄດ້ຄົ້ນພົບ ຄວາມມະຫັດສະຈັນແຫ່ງຊີວິດພາຍໃນຕົວຂອງແຕ່ລະຄົນ ເພາະຄວາມຮູ້ດັ່ງກ່າວນີ້ ບໍ່ແມ່ນເປັນທິດສະດີແຫ່ງຄວາມຝັນ ແຕ່ເປັນສິ່ງທີ່ປະຕິບັດໄດ້ຈິງແລະເຫັນຜົນໄດ້ຈິງ ແລະນຳໄປສູ່ສັນຕິພາບໄດ້ຈິງ ເພາະໃຈຂອງມະນຸດນັ້ນມີອານຸພາບຢ່າງມະຫາສານ ແຕ່ເມື່ອໃດກໍ່ຕາມທີ່ໃຈຂອງມະນຸດຍັງຖືກຄອບງຳດ້ວຍຄວາມໂລບ ຄວາມໂກດ ຄວາມຫລົງ ເມື່ອນັ້ນມະນຸດຈະຕໍ່ສູ້ຍາດຊີງແລະບຽດບຽນເຊິ່ງກັນແລະກັນ ດັ່ງເຊັ່ນໃນປະຫວັດສາດອັນຍາວນານຂອງມວນມະນຸດຊາດໃນປະເທດຕ່າງໆມັກຈະພົບວ່າມີການຂັດແຍ້ງແລະເຮັດສົງຄາມມາໂດຍຕະຫລອດທຸກຍຸກທຸກສະໄຫມ
ແມ່ນຫຍັງທີ່ເປັນສາເຫດທີ່ແທ້ຈິງຂອງສົງຄາມ ແລະການທຳລາຍໂລກ ຖ້າແມ່ນໃຈຂອງມະນຸດທີ່ຍັງບໍ່ພົບແຫລ່ງແຫ່ງສັນຕິສຸກ ອັນຈະກໍ່ໃຫ້ເກີດສັນຕິພາບແກ່ມວນມະນຸດຊາດຢ່າງແທ້ຈິງ ດັ່ງທີ່ຫລວງພໍ່ທັມມະຊະໂຍໄດ້ເຄີຍກ່າວໄວ້ວ່າ

ໃຈຂອງມະນຸດເຮົານັ້ນ ສາມາດເປັນຈຸດເລີ້ມຕົ້ນຂອງທັງສົງຄາມແລະສັນຕິພາບໄດ້ ຖ້າໃຈຂອງຜູ້ຄົນເຕັມໄປດ້ວຍຄວາມຮ້ອນຮົນ ທີ່ເກີດຈາກຄວາມໂລບ ຫລືຄວາມໂກດແລະຄວາມຫລົງກໍ່ຕາມ ຄວາມຮູ້ສຶກ ນຶດຄິດເປັນຈຸດເຮັດໃຫ້ເກີດຄວາມຂັດແຍ້ງແລະເກີດສົງຄາມຂຶ້ນແລະການຕໍ່ສູ້ທີ່ລະເບີດມາທາງປາກກະບອກປືນເຊິ່ງລະບາດໄປທົ່ວໂລກແລະເຮັດໃຫ້ເກີດຄວາມທຸກທໍລະມານຂອງຊີວິດລ້ວນເລີ້ມຕົ້ນຈາກໄຟໃນໃຈ ປຽບດັ່ງປະກາຍໄຟຂອງຫົວໄມ້ຂີດໄຟກ້ານນ້ອຍໆ ທີ່ລຸກລາມ ເຜົາໄຫມ້ບ້ານເມືອງໃຫ້ຍ່ອຍຍັບໄດ້ ໃນຂະນະດຽວກັນ

ເມື່ອໃດທີ່ໃຈຂອງເຫລົ່າມວນມະນຸດສະຫງົບເຢັນລົງ ເຕັມປ່ຽມໄປດ້ວຍ ສະຕິແລະປັນຍາ ຄວາມສຸກທີ່ບໍ່ມີປະມານຍ່ອມກໍ່ເກີດຂຶ້ນ ແລະຜົນເປັນສັນຕິພາບທີ່ແວດລ້ອມຕົວບຸກຄົນ ຄອບຄົວ ຊຸມຊົນສັງຄົມ ປະເທດຊາດ ແລະປະຊາຄົມໂລກ ກາຍເປັນສັນຕິພາບໂລກ ທີ່ເກີດຂຶ້ນຈາກ ສັນຕິສຸກພາຍໃນ ເພາະສະນັ້ນ ໃຈຈຶ່ງເປັນອຸປະກອນສຳຄັນທີ່ອາດນຳມາໄດ້ທັງສົງຄາມໂລກ ຫລືສັນຕິພາບໂລກ ເຊັ່ນດຽວກັນ

ກິດຈະກຳຂອງທີ່ວັດພຣະທັມມະກາຍ

ວັນຄຸ້ມຄອງໂລກເປັນກິດຈະກຳທີ່ຈັດຂຶ້ນເປັນປະຈຳທຸກປີທີ່ວັດພຣະທັມມະກາຍ ເພື່ອເປັນການຢືນຢັນວ່າ ສັນຕິພາບທີ່ແທ້ຈິງ ເລີ້ມຕົ້ນຈາກສັນຕິສຸກພາຍໃນ ເຊິ່ງໃນປີນີ້ທາງວັດພຣະທັມມະກາຍຈະຂໍເຊີນຊວນທຸກທ່ານ ບໍ່ວ່າທ່ານຈະຢູ່ບ່ອນໃດ ມຸມໃດໃນໂລກໃບນີ້ ນັບຫມື່ນນັບແສນຄົນ ມາຮ່ວມກັນຄຸ້ມຄອງໂລກດ້ວຍການຈຸດປະທີບ ແລະທຳສະມາທິໃນເວລາດຽວກັນ ຜ່ານແອ໊ບພິເຄຊັ້ນ Zoom ພາບຂອງພວກເຮົາທຸກຄົນ ຈະມາປາກົດລວມກັນທີ່ຫນ້າຈໍຂະຫນາດໃຫຍ່ ບໍລິເວນດ້ານຫນ້າຂອງພຣະມະຫາທັມມະກາຍເຈດີ ທີ່ວັດພຣະທັມມະກາຍ ປະເທດໄທ ຄືກັບວ່າພວກເຮົາທຸກຄົນໄດ້ມາຈຸດປະທີບແລະນັ່ງສະມາທິຮ່ວມກັນ

ເມື່ອພວກເຮົາທຸກຄົນພ້ອມກັນກັ່ນໃຈໃຫ້ຜ່ອງໃສ ແບ່ງປັນຄວາມປາດຖະຫນາດີໂດຍການແຜ່ເມຕຕາຈາກໃຈຂອງເຮົາ ກະແສແຫ່ງຄວາມບໍລິສຸດນີ້ຈະຂະຫຍາຍໄປສູ່ບຸກຄົນຮອບຂ້າງອັນເປັນທີ່ຮັກຂອງພວກເຮົາທຸກໆຄົນ ຍາດສະຫນິດມິດສະຫາຍ ລວມເຖິງສັບພະສັດທັງຫລາຍໃຫ້ມີແຕ່ຄວາມຄິດ ຄວາມປາດຖະຫນາດີເຊິ່ງກັນແລະກັນຕະຫລອດຈົນໄປເຖິງສິ່ງແວດລ້ອມທົ່ວທັງໂລກ ຄຸ້ມຄອງໂລກໃຫ້ພົບສັນຕິພາບແລະສັນຕິສຸກຢ່າງແທ້ຈິງ

ພິທີຈຸດທຽນແລະນັ່ງສະມາທິທົ່ວໂລກ

ວັນຄຸ້ມຄອງໂລກ Earth Day

 ວັນສຸກທີ 22 ເມສາ 2565

ກຳນົດການ. (GMT+7)

 

19:00ນ. ພິທີຈຸດທຽນ/ ນັ່ງສະມາທິ / ແຜ່ເມດຕາ

19.40ນ.   ພິທີຈະເລີນພຸທທະມົນ/ອະທິຖານຈິດ

20:25ນ.  ຈົບພິທີ

——————————————————–

ພິທີສູດສະຫຼອງໄຊສູດມົນທັມມະຈັກກັບປະວັດຕະນະສູດ 4,300,000,078 ຈົບ