ປະຫວັດຫລວງພໍ່ທັມມະໄຊໂຍ

ຫລວງພໍ່ທັມມະໄຊໂຍ ມີຊື່ເດີມວ່າ ທ້າວໄຊຍະບູນ ສຸດທິຜົນ ຖືກຳເນີດເມື່ອວັນເສົາທີ 22 ເມສາ ພ.ສ.2487 ກົງກັບມື້ຂຶ້ນ 1 ຄ່ຳ ເດືອນ6 ປີວອກ ເວລາ 18.00ນ.ທີ່ເຮືອນແຄມຝັ່ງແມ່ນ້ຳເຈົ້າພະຍາ ບ້ານ.ບ້ານແປ້ງ ເມືອງພຣົມບຸລີ ແຂວງສິງບຸລີ ເພິ່ນເປັນບຸດຂອງທ່ານຊ່າງໃຫຍ່ ໃນໂຮງງານອຸດສາຫະກຳ ມີຊື່ວ່າຈັນຍົງ ສຸດທິຜົນ ກັບແມ່ຈຸລີ ສຸດທິຜົນ ໃນຊ່ວງຖືພາໃນຂະນະທີຄອບຄົວຢູ່ແຂວງພິຈິດ ແມ່ຈຸລີຝັນວ່າ ຫລວງພໍ່ເພັດ ເຊິ່ງເປັນພຣະພຸທທະຮູບອົງສັກສິດທີ່ຊາວເມືອງພິຈິດ ຂາບໄຫວ້ບູຊາ ໄດ້ເອົາເດັກນ້ອຍທີ່ມີລັກສະນະງົດງາມມາມອບໃຫ້ ພ້ອມກັບກ່າວວ່າ “ເດັກຄົນນີ້ເປັນລູກແກ້ວມາເກີດ ໃຫ້ພາກັນເບິ່ງແຍງໃຫ້ດີ ຈະເປັນທີ່ເພີ່ງໄດ້ໃນພາຍພາກຫນ້າ ” ແລະຕໍ່ມາຍັງຝັນອີກວ່າ ໄດ້ພໍ້ພຣະພຸທທະຮູບອົງເກົ່າແກ່ອົງຫນຶ່ງ ໃນກອງດິນຊາຍ ແຄມແມ່ນ້ຳເຈົ້າພະຍາ ເມື່ອນຳມາລ້າງຖູອອກ ພຣະພຸທທະຮູບອົງນັ້ນກໍ່ມີແສງສະຫວ່າງໄປທົ່ວເມືອງ

ຄວາມຝັນຂອງແມ່ຈຸລີໃນຄັ້ງນັ້ນ ໄດ້ນຳຄວາມປິຕິຍິນດີມາໃສ່ສະມາຊິກທຸກຄົນໃນຄອບຄົວ ເປັນຢ່າງຍິ່ງ ໂດຍສະເພາະພໍ່ຈັນຍົງ ຜູ້ມີຄວາມຕັ້ງໃຈວ່າ ຈະສົ່ງເສີມທາຍາດຄົນທຳອິດຂອງເພິ່ນ ໃຫ້ມີຄວາມຈະເລີນກ້າວຫນ້າ ໃນຊີວິດໃຫ້ເຖິງທີ່ສຸດ ເພື່ອໃຫ້ເປັນທີ່ເພິ່ງໃຫ້ແກ່ຄົນທັງຫລາຍໄດ້ ແລະໃນວັນທີ່ທ່ານເກີດພີ່ນ້ອງທີ່ເຄີຍຄຽດແຄ້ນກັນບໍ່ໄປມາຫາສູ່ກັນເປັນເວລາດົນນານ ໄດ້ຫັນຫນ້າມາຄືນດີກັນ ເພາະມີຄວາມຊື່ນຊົມດີໃຈຍິນດີໃນວັນເກີດຂອງຫລານຊາຍຄົນທຳອິດ

ການເກີດຂອງທ່ານ ຈຶ່ງເປັນຄືຈັ່ງນິມິດແຫ່ງຄວາມສະຫມານສາມັກຄີ ຄືດັ່ງນ້ຳຝົນຕົກລົງໃນດິນຫນຽວທີ່ແຫ້ງແຕກເຫີບ ແລ້ວປະສານຮອຍແຕກຂອງດິນນັ້ນໃຫ້ລຽບສະຫນິດເປັນຜືນແຜ່ນດຽວກັນ

ຄວາມຝັນອັນຍິ່ງໃຫຍ່ໃນໄວເດັກ 

ເຖິງວ່າຈະມີຊີວິດອິດສະຫລະໃນຂະນະທີ່ເປັນໄວຫນຸ່ມ ແຕ່ເພິ່ນກໍ່ຍັງມີຄວາມປະພຶດທີ່ດີງາມ ແລະຕັ້ງໃຈສຶກສາຮ່ຳຮຽນ ໃນໄລຍະນີ້ເອງ ທີ່ເພິ່ນເລີ້ມສົນມຈພຸທທະສາສະຫນາ

ເພິ່ນເປັນຜູ້ຄົ້ນຄວ້າສຶກສາຮ່ຳຮຽນຫາຄວາມຮູ້ຕ່າງໆ ຢູ່ສະເຫມີ ແລະມີຄວາມສຸກກັບການໃຊ້ເວລາວ່າງ ໄປສະແຫວງຫາຄວາມຮູ້ ຕາມຮ້ານຫນັງສື ຫລືຕາມຕະຫລາດນັດຫນັງສືຫລາຍປະເພດ ເຊັ່ນຕາມແຄມຮ່ອງຫລອດແນ່ ໃນເດີ່ນສະຫນາມຫລວງແນ່ ຜິດກັບເດັກນ້ອຍໃນໄວດຽວກັນ ທີ່ມັກຈະທ່ຽວຫລິ້ນສະຫນຸກສະຫນານໄປໃນແຕ່ລະມື້ ຫາກໃນມື້ໃດທີ່ພໍ້ຫນັງສືທີ່ກ່ຽວກັບການປະຕິບັດກັມມະຖານ ເປັນຕ້ອງຈັບມາອ່ານຊ້ຳແລ້ວຊ້ຳອີກ ແບບບໍ່ຮູ້ສຶກເບື່ອຫນ່າຍ ຍິ່ງອ່ານກໍ່ຍິ່ງຂັດເກົາຄວາມຄິດ ໃຫ້ເຫັນຄວາມທຸກໃນທາງໂລກຍິ່ງຂຶ້ນ ຈົນວ່າຫນັງສືປະເພດປະຫວັດບຸກຄົນສຳຄັນຂອງໂລກ ກໍ່ອ່ານແລ້ວອ່ານອີກຈົນຈື່ຊື່ແລະຜົນງານຂອງແຕ່ລະຄົນໄດ້ແມ່ນ ແລະໄດ້ຈຸດປະກາຍຄວາມຄິດໃນໃຈວ່າ ເຮົາເກີດມາເຮັດຫຍັງແມ່ນຫຍັງຄືເປົ້າຫມາຍຊີວິດ ເຊິ່ງຄວາມຄິດເກີນໄວນີ້ ເພິ່ນໄດ້ຂຽນໄວ້ໃນຫນັງສື ບັນທຶກໃນໄວ 13 ປີ ຕອນຫນຶ່ງວ່າ

“ຖ້າເຮົາມາທາງໂລກ ກໍ່ຢາກໃຫ້ໄປໃຫ້ສູງສຸດໃນທາງໂລກ ຖເາຫາກວ່າໃນທາງທັມ ກໍ່ຢາກໃຫ້ໄປສູງສຸດໃນທາງທັມ ແລະກໍ່ຈະນຳພຣະພຸທທະສາສະຫນາໄປເຜີຍແຜ່ທົ່ວໂລກ”

ໃຜຈະຄິດວ່າ ຄວາມຝັນໃນໄວເດັກຂອງເດັກນ້ອຍຄົນຫນຶ່ງ ຈະກາຍເປັນຈິງຂຶ້ນມາ ເພາະໃນປັດຈະບັນບຸກຄົນທ່ານນີ້ຄືພຣະມະຫາເຖລະຂອງພຸທທະສາສະຫນາ ຜູ້ນຳແສງສະຫວ່າງຈາກດວງຕະເວັນແຫ່ງສັນຕິພາບພາຍໃນ ທີ່ເກີດຈາກການເຮັດສະມາທິ ແຜ່ຂະຫຍາຍໄປສູ່ດວງໃຈ ຂອງຜູ້ໃຝ່ສັນຕິພາບທົ່ວໂລກ

ສະແຫວງຫາຄຳຕອບຂອງຊີວິດ

ໃນຂະນະທີ່ຮຽນຢູ່ໃນໂຮງຮຽນສວນກຸຫລາບວິດທະຍາໄລ ໄດ້ມີໂອກາດຟັງການບັນຍາຍທັມຈະວິທະຍາກ່ອນທ່ານຕ່າງໆ ຈຶ່ງມີແຮງບັນດານໃຈກັບຫມູ່ເພື່ອນ   ແລະໄດ້ຕັ້ງຊຸມນຸມຍຸວະພຸທຂຶ້ນ ມີການສຶກສາທັມມະແບບຈິງຈັງ ບໍ່ວ່າບ່ອນໃດມີການສະແດງທັມ ທັງໃນລານອະໂສກ ວັດມະຫາທາດແລະບ່ອນອື່ນໆ ຈະຕ້ອງມີທ້າວໄຊຍະບູນຮ່ວມກິດຈະກຳນຳຕະຫຼອດ

ຈົນເຂົ້າສູ່ໄວລຸ້ນຄວາມກະຫາຍໃນທັມກໍ່ຍິ່ງມີຫຼາຍຕື່ມຂຶ້ນ ຫາກມີໂອກາດກໍ່ຈະໄປຢູ່ໃນບ່ອນງຽບໆ ເພື່ອຄິດເຖິງບັນຫາທີ່ຍັງຄ້າງຄາໃຈຢູ່ສະເຫມີວ່າ “ ຄົນເຮົາເກີດມາເຮັດຫຍັງ ຕາຍແລ້ວໄປໄສ ກັມຫຼືບຸນບາບມີແທ້ບໍ່ “  ເພາະໄດ້ອ່າຍໄດ້ສຶກສາຈາກຕຳລາ ເຖິງພຣະທະດຳຣັດວ່າ ຖ້າຮູ້ທັມມະຢ່າງດຽວຍັງໃຊ້ບໍ່ໄດ້ ເພາະຈະເປັນດັ່ງຄົນຕາບອດງົມຊ້າງຫຼືໃບລານເປົ່າ ຈະເປັນພຽງທັມມະກະທຶກ ຊ່ຽວຊານການເທດສອນ ແຕ່ປະໂຍດແທ້ໆແລ້ວນັ້ນ ເປັນແບບໃດກໍ່ຍັງບໍ່ເຄີຍປະຕິບັດ ແລ້ວກໍ່ຈະກັບມາຖາມຕົນເອງອີກ

ແຈ້ງໃນຄຳຕອບ

ແລ້ວມື້ຫນຶ່ງເພິ່ນກໍ່ໄດ້ເຫັນຫນັງສືຊື່ “ທັມມະກາຍ” ເຊິ່ງໄດ້ຂຽນຕາມຄຳເທດສະຫນາຂອງ ພຣະມົງຄົນເທບມຸນີ (ສົດ ຈັນທະສະໂຣ)s]ຫລວງພໍ່ວັດປາກນ້ຳ ພາສີຈະເລີນ ມີຂໍ້ຄວາມວ່າ “ຖ້າຈະຍ່າງໃຫ້ຖືກຮ່ອງຖືກຮອຍຂອງພຣະສາດສະດາ ຕ້ອງປະຕິບັດໃຫ້ໄດ້ທັງຮູ້ທັງເຫັນ

ຄຳວ່າ”ທັມມະກາຍ” ອ່ານແລ້ວກະຮູ້ສຶກຕຳໃສ່ໃຈຢ່າງແຮງ ໃນຫນັງສືຫົວນີ້ ພຣະມົງຄົນເທບມຸນີ (ສົດ ຈັນທະສະໂຣ) ເພິ່ນໄດ້ບອກໄວ້ວ່າ “ທັມມະກາຍ “ນັ້ນແລແມ່ນຕະຖາຄົດ ”  ພ້ອມທັງໄດ້ຍົກຄຳບາລີທີ່ຢູ່ໃນພຣະໄຕຣປິດົກມາຢືນຢັນວ່າ ທັມມະກາໂຍ ອະຫັງ ອິຕິປິໂສ ແປວ່າຕະຖາຄົດແມ່ນທັມມະກາຍ ແລະຕອນທ້າຍເລື່ອງມີຄຳຢືນຢັນວ່າ “ວັດປາກນ້ຳນີ້ຮຽນໄດ້ ທັງຮູ້ທັງເຫັນ ” ຂໍ້ຄວາມດັ່ງກ່າວ ຍິ່ງເຮັດໃຫ້ເພິ່ນປິຕິຍິນດີ ຮາວກັບວ່າ ຍ່າງມາຖືກທາງແລ້ວ

ແລະເມື່ອເພິ່ນໄດ້ອ່ານຫນັງສື “ວິປັດສະນາບັນເທີງສານ” ກ່າວເຖິງຄວາມຊຳນານໃນການປະຕິບັດທັມວິຊາທັມມະກາຍຂອງຄຸນແມ່ອາຈານລູກຈັນ ແມ່ຂາວຜູ້ເປັນລູກສິດຂອງພຣະມົງຄົນເທບມຸນີ (ສົດ ຈັນທະສະໂຣ) ຫລວງພໍ່ວັດປາກນ້ຳ ພາສີຈະເລີນກໍ່ຍິ່ງເຮັດໃຫ້ເພິ່ນມີຄວາມປາດຖະຫນາຢ່າງແຮງກ້າ ທີ່ຈະໄປສຶກສາທັມມະປະຕິບັດ ທີ່ວັດປາກນ້ຳ ແລ້ວຄວາມຄິດຫນຶ່ງກໍ່ເກີດຂຶ້ນວ່າ “ວັດປາກນ້ຳຢູ່ບ່ອນໃດ “

ຫຼາຍເທື່ອທີ່ເບີ່ງຂຶ້ນໄປເທິງຟ້າທີ່ກ້ວງຂວາງ ຄືຈັ່ງພະຍາຍາມຄົ້ນຫາຄຳຕອບທີ່ຄ້າງຄາໃຈ ເຊິ່ງເຮັດໃຫ້ມີຄວາມຄິດນີ້ຍິ່ງຢູ່ໃນໃຈຕະຫຼອດເວລາ ຕ່າງຈາກເດັກນ້ອຍໄວດຽວກັນທີ່ຄວນຈະຫາຄວາມສະຫນຸກສະຫນານຫາຄວາມເພີດເພີນ ຫຼືຝັກໃຝ່ເຖິງອະນາຄົດທີ່ຮຸ່ງເຮືອງທີ່ຈະຫາຊັບຫາຄູ່ຄອງ ແຕ່ເພິ່ນກໍ່ສະແຫວງຫາຄຳຕອບ ຈາກໃຜທີ່ມີຊື່ວ່າເປັນຜູ້ຮູ້ແລະຈາກຕຳລາຕ່າໆ ຕະຫຼອດຈົນຄູບາອາຈານ ທີ່ມີຊື່ສຽງໃນຍຸກນັ້ນ

ຕາມຫາຄູອາຈານ

ຈົນວ່າໃນ ປີ ພ.ສ. 2506  ໃນຊ່ວງອາຍຸໄດ້ 19 ປີ ຢູ່ໃນຊ່ວງກຽມໂຕເສັງເຂົ້າມະຫາວິທະຍາໄລ ເພິ່ນໄດ້ຕັດສິນໃຈໄປງວັດປາກນ້ຳ ພາສີຈະເລີນ ເພື່ອນຳຫາຄຸນແມ່ອາຈານລູກຈັນ ມຸ່ງຫວັງວ່າຫາກພໍ້ເພິ່ນແລ້ວຈະຂໍສຶກສາວິຊາທັມມະກາຍໃຫ້ໄດ້ ເມື່ອໄປຮອດວັດກໍ່ຖາມຄົນນັ້ນຄົນນີ້ວ່າ “ຮູ້ຈັກຄຸນແມ່ອາຈານລູກຈັນບໍ່? ຄຳຕອບຄື “ບໍ່ມີໃຜຮູ້ຈັກ ມີແຕ່ຄົນບອກວ່າ ບໍ່ມີຄຸນແມ່ອາຈານລູກຈັນ” ມີແຕ່ຄູຈັນ ແລ້ວເຮັດໃຫ້ເພິ່ນເຂົ້າໃຈວ່າສົງໄສຄືສິແມ່ນຄົນລະຄົນ ເມື່ອນຳຫາບໍ່ພໍ້ຈຶ່ງກັບໄປທຸ່ມເທກັບການກຽມໂຕສອບເສັງ ຈົນວ່າເສັງເຂົ້າມະຫາວິທະຍາໄລກະເສດສາດໄດ້ໃນທີ່ສຸດ

ເມື່ອການຮຽນສົກຮຽນທຳອິດໃນມະຫາວິທະຍາໄລຜ່ານໄປ ຄວາມຄິດທີ່ຈະໄປນຳຫາຄຸນແມ່ລູກຈັນ ກໍ່ຫວນກັບຄືນມາອີກເທື່ອຫນຶ່ງ ດັ່ງນັ້ນໃນຊ່ວງທີ່ປິດສົກຮຽນໃນເດືອນຕຸລາ ພ.ສ.2506 ເພິ່ນຈຶ່ງຕັດສິນໃຈກັບໄປວັດປາກນ້ຳ ອີກເທື່ອຫນຶ່ງ ແຕ່ກໍ່ຍັງບໍ່ໄດ້ພໍ້ກັນອີກ ຈຶ່ງມີຜູ້ແນະນຳວ່າ ຖ້າຢາກນັ່ງສະມາທິແທ້ໆ ກໍ່ໄປຮຽນກັບພຣະມະຫາເຖະ ຜູ້ໃຫຍ່ອົງຫນຶ່ງ ເຊິ່ງເພິ້ນກໍ່ຍິນດີສອນການຈະເລີນພາວະນາວິຊາທັມມະກາຍໃຫ້ ແລະເມື່ອນັ່ງໃນໄລຍະຫນຶ່ງ ຈຶ່ງລອງຖາມຈາກໄວຫນຸ່ມລຸ້ນດຽວກັນອີກເທື່ອ ເຊິ່ງກໍ່ໄດ້ຮັບຄຳຕອບວ່າ “ຄືສິແມ່ນຄູຈັນ ” ຈຶ່ງໄດ້ພາໄປພົບພໍ້ ແລະໃນທີ່ສຸດເພິ່ນກໍ່ໄດ້ພໍ້ຄຸນແມ່ອາຈານລູກຈັນ ສົມດັ່ງປາດຖະຫນາ

ພໍ້ຄູຜູ້ຊີ້ຫົນທາງແຫ່ງສັນຕິພາບ

ເມື່ອພໍ້ຄຸນຍາຍເທື່ອທຳອິດ ຕອນນັ້ນຄຸນຍາຍອາຈານມີອາຍຸ 53 ປີ ເບີ່ງພາຍນອກເປັນແມ່ຊີທຳມະດາ ຄົນຫນຶ່ງ ທີ່ມີຮູບຮ່າງຈ່ອຍແຫ້ງ ເນື້ອໂຕມີແຕ່ເສັ້ນເອັນ ແຕ່ແວວຕາເພິ່ນນັ້ນສຸກສົດໃສ ມີແວວຂອງຜູ້ຊົງທັມອັນສູງຍິ່ງ ບຸກຄະລິກຂອງເພິ່ນມີຄວາມຫນັກແຫນ້ນ ເຂົ້ມແຂງ ມີພະລັງ ແລະປ່ຽມດ້ວຍຄວາມເມດຕາກາລຸນາ ເຖິງແມ່ນວ່າເພິ່ນຈະບໍ່ເຄີຍຮຽນຫນັງສື ແລະອ່ານບໍ່ອອກຂຽນບໍ່ໄດ້ ແຕ່ຕອບບັນຫາທັມມະໄດ້າງເລິກເຊິ່ງ ໄດ້ແບບຈະແຈ້ງ ເຮັດໃຫ້ຜູ້ທີ່ມາຖາມໄຖ່ ຮູ້ສຶກວ່າ ຄຳຕອບນັ້ນໄດ້ເຮັດຄວາມສະຫວ່າງໃຫ້ເກີດຂຶ້ນໃນຈິດໃຈ ດຶງໃຈໃຫ້ຫຼຸດອອກມາຈາກແຮງດຶງດູດຂອງກະແສໂລກທີ່ຮ້ອນຮົນ

ໃນຄາວທຳອິດທີ່ພໍ້ກັນນັ້ນ ເພິ່ນຮູ້ສຶກໄດ້ທັນທີວ່າ ໄດ້ພໍ້ຄູອາຈານທີ່ສະແຫວງຫາມາແຕ່ດົນນານ ຈຶ່ງຂໍຝາກຕົວເປັນລູກສິດຂອງເພິ່ນ ດ້ວຍຄວາມຫມັ້ນໃຈໄດ້ເຕັມປ່ຽມ ເຊິ່ງຄຸນຍາຍອາຈານໄດ້ທ້ວງປານຮູ້ເຫດການລ່ວງຫນ້າວ່າ ” ເຈົ້ານະ ຫລວງພໍ່ວັດປາກນ້ຳໃຫ້ຍາຍນຳມາເກີດໃນສະໄຫມສົງຄາມໂລກ ” ເພິ່ນຟັງປະໂຫຍກນີ້ແລ້ວກໍ່ບໍ່ເຂົ້າໃຈ ແຕ່າງທີ່ຄຸນຍາຍໄດ້ເວົ້າຂຶ້ນກໍ່ຄື ເພິ່ນເກີດໃນຊ່ວງສົງຄາມໂລກຄັ້ງທີ່ 2 ແທ້ ຄຸນຍາຍອາຈານເພິ່ນສາມາດຕອບທຸກຄຳຖາມທີ່ເຄີຍສົງໄສໄດ້ຢ່າງຈະແຈ້ງ ແລະຍັງກໍ່ໃຫ້ເກີດແຮງບັນດານໃຈ ທີ່ຈະນຳສັນຕິສຸກອັນເກີດຈາກຄຳສອນໃນພຣະພຸທທະສາສະຫນາ ໄປເຜີຍແຜ່ທົ່ວໂລກ ເຮັດໃຫ້ຄວາມໃຝ່ຝັນອັນຍິ່ງໃຫຍ່ໃນຊ່ວງເດັກນ້ອຍ ກັບກາຍເປັນຄວາມຈິງໄດ້ໃນທີ່ສຸດ

ຮູ້ເປົ້າຫມາຍຊີວິດ

ໃນມື້ທຳອິດຂອງການເຝິກສະມາທິກັບຄຸນຍາຍອາຈານ ສິດຄົນໃຫມ່ກໍ່ໄດ້ຖາມຄຳຖາມວ່າ ນາລົກສະຫວັນມີແທ້ບໍ່ ຄຸນຍາຍກໍ່ຕອບວ່າ ມີແທ້ທ່ານ ນະກສະຫວັນມີແທ້ຍາຍໄປມາແລ້ວ ຍາຍໄປຊ່ວຍພໍ່ຍາຍ ຍາຍໄປຊ່ວຍພໍ່ຍາຍ ພໍ່ຍາຍຕົກນະລົກເພາະວ່າດື່ມເຫລົ້າ ມື້ລະສິບສະຕາງ ຍາຍກໍ່ເຂົ້າອົງພຣະໄປຊ່ວຍເພິ່ນຂຶ້ນມາໄດ້ໄປຢູ່ສະຫວັນ ແລ້ວທ່ານຢາກໄປບໍ່ ຍາຍຈະສອນໃຫ້ ແລ້ວໄປນຳກັນ ຄຳຕອບຂອງຄຸນຍາຍ ແຕກຕ່າງຈາກທູກຄຳຕອບທີ່ເຄີຍໄດ້ງິນມາ ສະແດງວ່າເຳນຕ້ອງໄປຮູ້ໄປເຫັນມາດ້ວຍຕົນເອງ ຈຶ່ງສາມາດຕອບແບບນີ້ໄດ້ ແຕ່ການໄປສະຫວັນບໍ່ແມ່ນເລື່ອງຍາກ   ອັນໃດເລີຍສຳຫລັບຄຸນຍາຍ ເພາະໃນສະໄຫມທີ່ຫລວງພໍ່ວັດປາກນ້ຳຍັງມີຂີວິດຢູ່ ຄຸນຍາຍໄດ້ເຂົ້າໄປນັ່ງສະມາທິຢູ່ໃນໂຮງງານເຮັດວິຊາຮ່ວມກັບແມ່ຊີ ແລະພຣະພິກຂຸ ທີ່ຫລວງພໍ່ວັດປາກນ້ຳ ຄັດເລືອກແລ້ວວ່າ ເປັນຜູ້ມີຄວາມຊ່ຽວຊານໃນສະມາທິ

ໃນຍຸກນັ້ນຄຸນຍາຍອາຈານນັ່ງສະມາທິມື້ລະ 12 ຊົ່ວໂມງ ກາງເວັນ 6ຊົ່ວໂມງ ກາງຄືນອີກ 6ຊົ່ວໂມງ ແລະເປັນຜູ້ມີຜນງານປະຕິບັດທັມດີຍິ່ງ ຈົນຫລວງພໍ່ວັດປາກນ້ຳຍ້ອງຍໍເພິ່ນຕໍ່ຫນ້ານັກປະຕິບັດທັມຊັ້ນຍອດທັງຫລາຍວ່າ ” ລູກຈັນນີ້ເປັນຫນຶ່ງບໍ່ມີສອງ ” ເຊິ່ງການປະຕິບັດທັມກັບຄຸນຍາຍເຮັດໃຫ້ທ່ານພໍ້ຄຳຕອບແລ້ວວ່າ ” ຄົນເຮົາເກີດມາເພື່ອສ້າງບາຣະມີ ແລະພຣະນິບພານຄືເແາຫມາຍຊີວິດອັນສູງສຸດຂອງທຸກຊີວິດ ” ນັ້ນເອງ

ຫມັ່ນພຽນປະຕິບັດທັມຈົນເຂົ້າເຖິງສັນຕິສຸກທີ່ແທ້ຈິງ

ແຕ່ກວ່າທີ່ຈະເຂົ້າໃຈເລິກເຊິ່ງເຖິງຄຳຕອບຂອງຊີວິດທີ່ຄົ້ນຫາມາດົນ ເພິ່ນກໍ່ທຸ່ມເທຊີວິດຈິດໃຈສຶກສາທັມມະແບບຈິງຈັງ ກິດຈະວັດສ່ວນໃຫຍ່ເປັນໄປເະອການທຳສະມາທິທັ້ງຫມົດ ແຕ່ລະມື້ເວລາປະມານ 6 ໂມງເຊົ້າ ອອກເດີນທາງຈາກມະຫາວິທະຍາໄລກະເສດສາດ ໄປວັດາກນ້ຳ ພາສີຈະເລີນ ສະໄຫມນັ້ນຕ້ອງຂຶ້ນລົດເມຕັ້ງສາມຕໍ່ ຂະນະທີ່ຢູ່ເທິງລົດບໍ່ວ່າຈະນັ່ງຫລືຢືນກໍ່ຕາມ  ເພິ່ນກໍ່ຈະເຮັດສະມາທິຢູ່ຕະຫຼອດເວລາ ປະມານ 8 ໂມງເຊົ້າຈຶ່ງມາຮອດວັດປາກນ້ຳ ແລະຮີບຟ້າວໄປນັ່ງສະມາທິ ຕໍ່ກັບຄຸນຍາຍທັນທີ ຈົນວ່າຮອດເລາ 8ໂມງກາງຄືນ ຈຶ່ງເຊົາ ແລະເມືອຮອດມະຫາວິທະຍາໄລ 10 ໂມງກາງຄືນ

ຫຼືໃນຊ່ວງເດິກໆ ປະມານຕີ 3 ເປັນເວລາຫຼັບສະຫນິດຂອງຫມູ່ເພື່ອນ ເພິ່ນກໍ່ຈະລຸກຂຶ້ນມານັ່ງສະມາທິ ເພາະເປັນເວລາງຽບສະຫງົບ ແລະຮ່າງກາຍໄດ້ພັກຜ່ອນຈົນເຊົາເມື່ອຍແລ້ວ ແລະເປັນການຫຼີກບໍ່ໃຫ້ຫມູ່ພົບເຫັນ ແຕ່ປານນັ້ນກໍ່ຍັງມີຫມູາບາງຄົນຕື່ນມາເຂົ້າຫ້ອງນ້ຳຕອນເດິກໆ ເມື່ອເຫັນຄົນນັ່ງເອົາຜ້າຫົ່ມຄຸມຫົວກໍ່ຕົກໃຈ ແຕ່ເມື່ອຮູ້ວ່າເພິ່ນນັ່ງສະມາທິຢູ່ ກໍ່ບໍ່ໄດ້ເວົ້າຢອກເລີຍ ເມື່ອເຫັນວ່າຫມູ່ເພື່ອນ ເລີ້ມຄຸ້ນເຄີຍ ຈຶ່ງໄດ້ເລີ້ມຊວນຫມູ່ເພື່ອນໃນກຸ່ມທີ່ສະຫນິດກັນ ໄປນັ່ງສະມາທິກັບຄຸນຍາຍທີ່ວັດປາກນ້ຳ ໃນເວລາຕໍ່ມາກໍ່ເລີ້ມມີ ລຸ້ນອ້າຍ ລຸ້ນນ້ອງ ຕິດຕາມໄປນຳອີກຫລາຍຄົນ ເຖິງແມ່ນວ່າຈະເຮັດຈິງເຮັດແທ້ກັບການເຮັດສະມາທິປານໃດ ແຕ່ເລື່ອງການຮຽນກໍ່ສາມາດເສັງຜ່ານໄປໄດ້ດ້ວຍດີທຸກພາກການສຶກສາ ເພາະເປັນທຳມະດາຂອງບັນດິດ ຜູ້ມີປັນຍາຄິດວ່າ ການສຶກສາທີ່ສົມບູນຕ້ອງຄວບຄູ່ກັນໄປໃນທາງໂລກແລະທາງທັມ ຄວາມຮູ້ທາງໂລກ ມີຄວາມຈຳເປັນຕ້ອງຮຽນເພື່ອຫາລ້ຽງຊີວິດ ຄວາມຮູ້ທສງທັມຮຽນໄປເພື່ອກ່ອມເກົາຈິດໃຈໃຫ້ດີງາມ ແລະໃຫນ້າທີ່ສຳຄັນ ເຮັດໃຫ້ເພິ່ນຄາຍຄວາມສົງໄສ ໃນເລືາອງທີ່ເປັນຄວາມລັບຂອງຊີວິດ ທີ່ວ່າ ຄົນເຮົາຕາຍແລ້ວໄປໄສ ນາຣົກສະຫວັນມີແທ້ບໍ່ ຈະພິສູດໄດ້ແນວໃດ ຄວາມຮູ້ເລິກເຊິ່ງແນວນີ້ເປັນສິ່ງທີ່ບໍ່ມີສອນໃນມະຫາວິທະຍາໄລໃດ ໆ ນອກຈາກ ຄວາມຮູ້ຂອງພຣະສັມມາສັມພຸທທະເຈົ້າ ຈຶ່ງເປັນເຫດໃຫ້ຈິດໃຈຂອງເພິ່ນເອນຫງ່ຽງ ມາທາງກາຫນສຶກສາທາງທັມຫລາຍກວ່າ ເພາະເຖິງວ່າໃນຍາມເສັງ ຖ້າໄດ້ເສັງເຊ້າ ຕອນບ່າຍກໍ່ຈະນັ່ງລົດເມໄປປະຕິບັດທັມທີ່ວັດປາກນ້ຳ ແລະເຮັດຢູ່ແບບນີ້ຢູ່ສະຫມ່ຳສະເຫມີ ບໍ່ໄດ້ຂາດ ຈົນຮອດມື້ຮຽນຈົບ ດ້ວຍຄວາມຕັ້ງໃຈຈິງໃນການປະຕິບັດທັມປະກອບກັບຄວາມເຄົາລົບອ່ອນນ້ອມ ຢູ່ໃນໂອວາດຂອງຄູບາອາຈານ ເຮັດໃຫ້ຜນການປະຕິບັດທັມຂອງເພິ່ນມີຄວາມກ້າວຫນ້າຢ່າງໄວວາ ເປັນທີ່ພໍໃຈຂອງຄຸນຍາຍອາຈານຫລາຍ ກ່າວກັນວ່າ ຄົນເກ່າແກ່ທີ່ເຄີຍມາປະຕິບັດທັມກັບຄຸນຍາຍກ່ອນຫນ້ານີ້ ກໍ່ຍັງຍອມຮັບໃນຄວາມຊ່ຽວຊານ ແຫ່ງຜົນການປະຕິບັດທັມຂອງທ່ານ ເຮັດໃຫ້ທ່ານໄດ້ຮັບຄວາມໄວ້ວາງໃຈ ຈາກຄຸນຍາຍໃຫ້ເປັນອ້າຍລ້ຽງ ຊ່ວຍແນະນຳທັມມະປະຕິບັດແກ່ຜູ້ທີ່ມາປະຕິບັດທັມຮ່ວມກັນຕະຫຼອດ ຄວາມສຸກພາຍໃນທີ່ໄດ້ຮັບຈາກການນັ່ງສະມາທິ ເຮັດໃຫ້ເພິ່ນຍິ່ງມີຄວາມເຊື່ອຫມັ້ນໃນວິຊາຄວາມຮູ້ ທີ່ມີຢູ່ໃນພຣະພຸທທະສາສະຫນາ ແລະເຫັນຄຸນຄ່າຂອງການປະຕິບັດທັມວ່າ ສາມາດຊ່ວຍມະນຸດໃຫ້ພົ້ນທຸກໄດ້ ອີກທັງຍັງຕອບຄຳຖາມຕ່າງໆ ທີ່ເຄີຍຄ້າງຄາໃຈໄດ້ຢ່າງຈະແຈ້ງ

ເຂົ້າສູ່ຮົ່ມກາສາວະພັດ

ເມື່ອຄວາມສຸກທີ່ແທ້ຈິງ ແລະຄວາມຈິງຂອງຊີວິດົດ້ເປີດເຜີຍຂຶ້ນ ເຮັດໃຫ້ເພິ້ນຮູ້ວ່າຄຳສອນຂອງພຣະສັມມາສັມພຸທທະເຈົ້າ ຄືວິຊາທີ່ແທ້ຈິງທີ່ມະນຸດຕ້ອງສຶກສາ ເພິ້ນຈຶ່ງຢາກທຸ່ມເທເວລາທັງຫມົດຂອງຊີວິດ ສຶກສາຄຳສອນຂອງພຣະສັມມາສັມພູທທະເຈົ້າ ຈຶ່ງຕັດສິນໃຈຂໍອະນຸຍາດຄຸນຍາຍເພື່ອອຸປະສົມບົດເປັນພຣະພິກຂຸ ແຕ່ນອກຈາກຄຸນຍາຍຈະບໍ່ອະນຸຍາດແລ້ວ ຍັງບອກວ່າໃຫ້ຮຽນໃຫ້ຈົບປະລິນຍາກ່ອນ ໂດຍໃຫ້ເຫດຜນວ່າ “ຕ້ອງເປັນບັນດິດໃນທາງໂລກ ແລະເປັນນັກປາດໃນທາງທັມ ເພື່ອວ່າເມື່ອບວດແລ້ວຈະໄດ້ເປັນປະໂຫຍດຕໍ່ພຣະພຸທທະສາສະຫນາ ບໍ່ແມ່ນມາເພິ່ງພຸທທະສາສະຫນາຢ່າງດຽວ ” ຈົນໃນມື້ວັນຄ້າຍວັນເກີດຂອງຄຸນຍາຍ ໃນປີ ພ.ສ. 2511 ເພິ່ນຈຶ່ງສະແດງຄວາມກະຕັນຍູຕໍ່ຄຸນຍາຍ ດ້ວຍການຕັ້ງສັດຈະອະທິຖານຂໍປະພຶດພຣົມມະຈັນໄປຕະຫຼອດຊີວິດ ເປັນຂອງຂວັນວັນເກີດແກ່ຄຸນຍາຍອາຈານ ເຊິ່ງຖືວ່າເປັນຂອງຂວັນທີ່ລ້ຳຢ່າງຍິ່ງ ຈົນມາຮອດປີ ພ.ສ. 2512 ເພິ້ນກໍ່ໄດ້ສຳເລັດການສຶກສາລະດັບປະລິນຍາຕີ ຈາກຄະນະເສດຖະສາດແລະບໍລິຫານທຸລະກິດ ສາຂາວິຊາເສດຖະສາດກະເສດສາດ ຫລັງຈາກຮັບປະລິນຍາແລ້ວ ກໍ່ບອກຄວາມຕັ້ງໃຈໃຫ້ພໍ່ຮ້ທັນທີ ຈະຂໍບວດບໍ່ສິກຕະຫຼອດຊີວິດ ໂຍມພໍ່ກໍ່ອະນຸຍາດແລະອະນຸໂມທະນານຳ ເພາະລູກຊາຍໄດ້ປະຕິບັດຕາມຄຳສັນຍາທີ່ວ່າຈະຮຽນໃຫ້ໄດ້ປະລິນຍາສາກ່ອນຈຶ່ງຈະບວດ

ສ່ວນໂຍມແມ່ກໍ່ຈະອະນຸໂມທະນານຳ ຄວາມປື້ມປິຕິແລະເຕັມໃຈ ໃນທັນທີທີ່ລູກຊາຍມາຂໍອະນຸຍາດບວດ ເພື່ອສືບອາຍຸພຣະພຸທທະສາສະຫນາຕໍ່ໄປ

ວັນທີ 27 ສິງຫາ .ສ. 2512 ກົງກັບມື້ຂຶ້ນ 15 ຄ່ຳເດືອນ 9 ເປັນມື້ມະຫາມຸງຄຸນ ເພາະເປັນວັນທີ່ເພິ້ນໄດ້ກ້າວເຂ້າສູ່ຮົ່ມຜ້າກາສາວະພັດ ເປັນພຣະພິກຂຸສົງສົມດັ່ງປາດຖະຫນາ ທີ່ວັດປາກນ້ຳ ພາສີຈະເລີນ ໂດຍມີພຣະເທບວໍລະເມທີ ( ສົມເດັດພຣະມະຫາຣັດຊະມັງຄະລາຈານ ເຈ້າອາວາສວັດປາກນ້ຳ ພາສີຈະເລີນໃນປັດຈຸບັນ ) ເປັນພຣະອຸປັດຊາ ໄດ້ຮັບສາຍາວ່າ “ທັມມະໄຊໂຍ ” ແປວ່າ “ຜູ້ຊະນະໂດຍທັມ ” ຫຼັງຈາກບວດແລ້ວເພິ່ນກໍ່ໄດ້ກ່າວເຖິງອຸດົມການໃນການອອກບວດ ໄວ້ຕອນຫນຶ່ງວ່າ….

” ການບວດເປັນພຣະບໍ່ແມ່ຂອງງ່າຍ ບໍ່ແມ່ຈະຄອງຜ້າກາສາວະພັດແລ້ວຈະເປັນພຣະກະໄດ້ ຈະຕ້ອງປະຕິບັດກິດຈະວັດຂອງສົງ ເຊິ່ງມີສີລ 227 ຂໍ້ ໃຫ້ຖືກຕ້ອງຕາມພຣະທັມວິໄນ … ການບວດນັ້ນຖ້າຈະໃຫ້ໄດ້ບຸນກຸສົນ ຄວນຈະເປັນທີ່ເພິ່ນຂອງພຣະສາສະຫນາໄດ້ນຳ ບໍ່ແມ່ນບວດມາເພື່ອເພິ່ງພາພຣະສາສະຫນາຢ່າງດຽວ”

ອຸດົມການຫມັ້ນຄົງແບບນີ້ ບໍ່ແມ່ສິ່ງທີ່ເກີດຂຶ້ນໄດ້ໂດຍງ່າຍ ກວ່າຈະເກີດໄດ້ຕ້ອງອາໄສການສຶກສາແລະປະຕິບັດ ຈົນຮູ້ຊຶ້ງເຖິງຄຸນຄ່າຂອງພຸທທະທັມດ້ວຍຕົນເອງຢ່າງທ່ອງແທ້ເທົ່ານັ້ນ ດັ່ງທີ່ເພິ່ນເຄີຍກ່າວໄວ້ວ່າ ອຳນາດພຸທທະທັມນັ້ນຍິ່ງໃຫຍ່ເລິກເຊິ່ງ ຈົນເຮັດໃຫ້ເກີດຄວາມຕັ້ງໃຈອັນຫມັ້ນຄົງວ່າ ຈະສະລະຊີວິດນີ້ແກ່ພຣະພຸທທະສາສະນາ ຄອງຜ້າກາສາວະພັດໄປຈົນສິ້ນອາຍຸໄຂ ການບວດຂອງເພິ່ນຈຶ່ງເປັນການບວດອຸທິດຊີວິດແກ່ພຸທທະສາສະຫນາ ດ້ວຍມະໂນປານິທານທີ່ຈະເຜີຍແຜ່ພຸທທະທັມ ໃຫ້ກວ້າງໄກໄປສູ່ຊາວໂລກແລະການບວດອຸທິດຊີວິດຂອງເພິ່ນກໍ່ໄດ້ເປັນແບບຢ່າງ ໃຫ້ຫມູ່ຄະນະທີ່ະຕິບັດທັມຮ່ວມກັນ ໄດ້ຕິດຕາມເຂົ້າມາສູ່ເສັ້ນທາງ ແຫ່ງຮົ່ມຜ້າກາສາວະພັດຢ່າງຕໍ່ເນື່ອງ

ເຮັດທົ່ງນາຟ້າໂລ້ງສູ່ບຸນສະຖານທີ່ສັກສິດ

ຊີວິດໃຫມ່ໃນເພດບັນພະຊິດ ພຣະທັມມະໄຊໂຍ ເປັນພຣະພິກຂຸທີ່ເຄັ່ງຄັດໃນສີລ ມຸ່ງສຶກສາທັມມະທັງພາກປຣິຍັດແລະປະຕິບັດ ພ້ອມກັນນັ້ນເພິ່ນຍັງເຮັດຫນ້າທີ່ສອນທັມມະໃຫ້ແກ່ປະຊາຊົນ ທີ່ເຮືອນທັມມະປະສິດແທນຄຸນຍາຍເປັນປະຈຳ ຈົນວ່າມີສາທຸຊົນມາປະຕິບັດທັມຢ່າງຫລວງຫລາຍ ຈົນເຕັມພື້ນທີ່ທັງໃນແລະທາງນອກເຮືອນ ນອກຊານເຮືອນແລະລົ້ນອອກໄປຮອດສະຫນາມຫຍ້າຫນ້າເຮືອນ ໂດຍສະເພາະໃນວັນອາທິດນັ້ນຕ້ອງເປີດປະຕູຮົ້ວປະໄວ້ເພາະມີຄົນສ່ວນຫນຶ່ງນັ່ງນອກຮົ້ວ ຫມູ່ຄະນະທຸກຄົນ ຈຶ່ງເຫັນດີນຳກັນວ່າ ໄດ້ເວລາແລ້ວທີ່ຈະສ້າງວັດ ເພາະຕອນນີ້ເພິ່ນມີຫມູ່ຄະນະທີ່ເຂັ້ມແຂງ ເຊິ່ງສ່ວນໃຫຍ່ເປັນບັນດິດຫນຸ່ມ ສາວທີ່ມີຄວາມຮູ້ຄວາມສາມາດ ແລະຜ່ານການເຝິກອົບຮົມຄຸນນະທັມຕ່າງໆ ຈາກເພິ່ນແບບໃກ້ຊິດ ເມື່ອທຸກຄົນມີຄວາມພ້ອມທັງກາຍແລະໃຈ ການສ້າງວັດພຣະທັມມະກາຍຈຶ່ງໄດ້ເລີ້ມຕົ້ມຂຶ້ນ ເມື່ອວັນທີ 23 ກຸມພາ ປີ ພ.ສ. 2513 ເຊິ່ງກົງກັບວັນມາຄະບູຊາ  ເງິນທຶນການສ້າງວັດມີ 3200 ບາດ ກັບທີ່ນາ 196 ໄຮ່ ທີ່ໄດ້ຮັບບໍຈາກຈາກຄຸນຫຍິງປະຫຍັດ ແພດພົງສາວິສຸດທາທິບໍດີ ຫມູ່ຄະນະທຸກຄົນຈຶ່ງຕ້ອງເຮັດວຽກຫນັກ ແລະດຳລົງຊີວິດແບບລຽບງ່າຍ  ມີແຈ່ວກິນເປັນອາການຫລັກ ໂດຍອາໄສເກັບຜັກໃນທົ່ງນາບໍລິເວນນັ້ນກິນ ແຕ່ທຸກຄົນເຕັມປ່ຽມດ້ວຍຂວັນແລະກຳລັງໃຈ ທັງເຊື່ອຫມັ້ນໃນສິ່ງທີ່ເຮັດວ່າຈະຕ້ອງສຳເລັດ ເຖິງວ່າໃນຄະນະນັ້ນຈະແນມບໍ່ເຫັນເລີຍກໍ່ຕາມ ບັນຫາຫນັກເລື່ອງຫນຶ່ງກໍ່ຄື ການຈັດຫາທຶນ ໃນເລື່ອງນີ້ ໃນເລື່ອງນີ້ຫລສງພໍ່ທັມມະໄຊໂຍ ຈະໃຫ້ໂອວາດແກ່ຄນະທຳງານສະເຫມີວ່າ “ປັດໃຈທຸກຢ່າງທີ່ສາທຸຊົນນຳມານັ້ນ ເປັນປັດໃຈທີ່ຜູ້ເຮັດບຸນໄດ້ອະທິຖານຍໍມືຖ້ວມຫົວຖວາຍພຣະສາສະຫນາ ຈະຕ້ອງຊ່ວຍກັນດູແລຮັດສາໃຫ້ເກີດປະໂຍດສູງສຸດ “

ດ້ວຍເຫດນີ້ຖາວອນວັດຖຸທຸກຢ່າງຂອງວັດພຣະທັມມະກາຍ ຈຶ່ງສ້າງ່າງແຂງແກ່ງ ເພືາອໃຊ້ປະໂຫຍດໃຫ້ໄດ້ຍາວນານທີ່ສຸດ ຄະນະດຽວກັນກໍ່ມີຮູບຊົງທີ່ລຽບງ່າຍ ບໍ່ສິ້ນເປືອງໃນການດູແລຮັກສາແຕ່ວ່າກໍ່ຕ້ອງປານີດ ສະຫງ່າງາມ ບົ່ງບອກເຖິງຄວາມເຄົາລົບໃນພຣະພຸທທະສາສະຫນາ ຄືຈັ່ງສ້າງສິມທຸກການກໍ່ສ້າງຕ້ອງເຮັດຢ່າງລະອຽດ ປານີດ ທຸກ່າງຕ້ອງຜ່ານການຄັດເລືອກ ຊະນິດທີ່ເອີ້ນວ່າ ດີທີ່ສຸດ ແຕ່ກໍ່ຕ້ອງປະຫຍັດສຸດປະໂຫຍດສູງນຳ

ການຜະສົມຄອນກຣີດ ບໍ່ແມ່ນວ່າຈະເອົາຫີນເອົາຊາຍມາຜະສົມກັນໄດ້ເລີຍ ແຕ່ຕ້ອງເອົາຫີນມາຮ່ອນໃນນ້ຳ ເພື່ອເຮັດຄວາມສະອາດແລ້ວເລືອກເອົາຫີນເນື້ອດີມາໃຊ້ ສ່ວນຊາຍທີ່ຈະຜະສົມກໍ່ຕ້ອງໄປສັ່ງຈອງໄວ້ທີ່ທ່າຊາຍລ່ວງຫນ້າ ວ່າຕ້ອງການຊາຍທີ່ຄຸນນະພາບດີແທ້ ເມື່ອເຂົາເອົາຊາຍມາສົ່ງກໍ່ທົດສອບຄຸນນະພາບດ້ວຍການເອົາມືຈົກລົງໄປໃນກອງຊາຍ ແລ້ວດຶງຂຶ້ນມາ ຖ້າມີດິນຕິດຜິວຫນັຂຶ້ນມາຫລາຍ ກໍ່ເປັນອັນວ່າຂີຊາຍນັ້ນໃຊ້ບໍ່ໄດ້  ເພາະມີປົນເປື້ອນມາຫລາຍ ຫາກນຳມາຜະສົມປູນຄວາມແຂງແຮງຈະຫລຸດລົງ

ຫລືໃນການສາບກຳແພງສິມພາຍນອກ ເຊິ່ງຈະໃຊ້ຫິນຫນ່ວຍໃຫຍ່ກວ່າເມັດເຂົ້າສານ ມາສາບທີ່ກຳແພງ ແລ້ວເອົານ້ຳສາດທີ່ຜິວອອກ ໃຫ້ເຫັນຫິນອອກມາເຄິ່ງຫນຶ່ງ ເຊິ່ງເຫັນເກຣັດທົ່ວໄປນັ້ນ ຈະມີຫລາກຫລາຍສີລວມກັນ ແຕ່ຫິນເກຣັດທີ່ຈະໃຊ້ສາບຝາສິມນັ້ນ ຕ້ອງການສະເພາະສີຂາວລ້ວນ ຈຶ່ງຕ້ອງຄັດເລືອກຢ່າງລະອຽດຖີ່ຖ້ວນ ໂດຍອາໄສແຮງສັດທາຂອງຊາວບ້ານ ທີ່ໃກ້ຄຽງແລະສາທຸຊົນທີ່ມາວັດ ຊ່ວຍກັນເລືອກເທື່ອລະຫນ່ວຍຊ່ວຍກັນເຮັດຈົນໄດ້ຫິນເກຣັດສີຂາວບໍລິສຸດປະດັບຜະຫນັງສິມທາງຫລັງຢ່າງງົດງາມ

ຂະຫຍາຍສັນຕິພາບດ້ວຍພະລັງສັດທາຂອງມະຫາຊົນ

ວັດພຣະທັມມະກາຍເຕີບໃຫຍ່ຈາກນ້ຳໃຈແລະສັດທາຂອງມະຫາຊົນມາໂດຍຕະຫລອດ ຈຶ່ງສາມາດເປັນສູນລວມໃຈຂອງຜູ້ຄົນຈຳນວນຫລວງຫລາຍ ຊວນກັນມາວັດປາກຕໍ່ປາກ ແລະເປັນເຫດຕ້ອງຊ່ວຍກັນແຜ່ຂະຫຍາຍສະຖານທີ່ເລື້ອຍໆ ຈາກພື້ນທີ່ວັດ 196 ໄຮ່ ຈຶ່ງກາຍມາເປັນພື້ນທີ່ 2500ໄຮ່ ເພື່ອເປັນສູນກາງການປະຕິບັດທັມຂອງຊາວໂລກ

ຈາກສາລາຫລັງທຳອິດເຊິ່ງບັນຈຸຄົນໄດ້ 500 ຄົນ ໃຊ້ໄດ້ບໍ່ຮອດ 5 ປີ ກໍ່ເກີດເຫດການຄືກັບເຮືອນທັມມະປະສິດ ຄືມີສາທຸຊົນມາຮ່ວມກັນຈົນລົ້ນ ຈົນຕ້ອງໄປນັ່ງຕາມສະຫນາມຫຍ້າ ຕາມກ້ອງຕົ້ນໄມ້ ຍາມໃດຝົນຕົກກໍ່ປຽກໄປນຳກັນ ຕໍ່ມາໄດ້ສ້າງສາລາຫລັງຄາມຸງໃບຈາກ ເຊິ່ງບັນຈຸຄົນໄດ້ຮອດຫມື່ນຄົນ ປາກົດວ່າຈຸຄົນບໍ່ພໍອີກຄືເກົ່າ

ໃນທີ່ສຸດ ສາທຸຊົນຈຶ່ງຮ່ວມໃຈກັນສ້າງສາລາທັມມະກາຍສາກົນເຊິ່ງມີພື້ນທີ່ໂດຍລວມ 5ຫມື່ນຕາລາງແມັດສາມາດຮອງຮັບຄົນໄດ້ເຖິງ 3 ແສນຄົນ ແລະການກໍ່ສ້າງບໍ່ແລ້ວກໍ່ເປີດໃຊ້ງານເຕັມພື້ນທີ່ແລ້ວ ຕັ້ງແຕ່ປີ ພ.ສ.2539

ເມື່ອໄດ້ເຫັນການຂະຫຍາຍງານຢ່າງຫລາຍຫລາຍແບບນີ້ ຫລວງພໍ່ທັມມະໄຊໂຍຈຶ່ງຕ້ອງກຽມພ້ອມສຳຫລັບງານກ້າວຕໍ່ໄປ ດ້ວຍການສະຖາປະນາມະຫາທັມມະກາຍເຈດີ ຄືສະຖານທີ່ທີ່ຈະຮອງຮັບຜູ້ມາປະຕິບັດທັມໄດ້ພ້ອມກັນເຖິງ 1 ລ້ານຄົນ

ເມື່ອໃດກໍ່ຕາມທີ່ການປະຕິບັດທັມຂອງຄົນ 1 ລ້ານຄົນໄດ້ເກີດຂຶ້ນ ກະແສໃຈທີ່ບໍລິສຸດຂອງທຸກຄົນ ຈະລວມພະລັງກັນປັບປ່ຽນບັນຍາກາດຂອງໂລກ ໃຫ້ສະຫງົບຮົ່ມເຢັນໄດ້ ແລະພາບການປະຕິບັດທັມນີ້ຈະໄດ້ຮັບການຖ່າຍທອດສູ່ສາຍຕາຂອງຊາວໂລກ ດ້ວຍລະບົບການສື່ສານໃນຍຸກໄຣ້ພຣົມແດນ ເມື່ອນັ້ນຊາວໂລກກໍ່ຈຳພາກັນຄົ້ນຫາຄຳຕອບວ່າ ເຫດໃດຄົນນັບລ້ານ ຜູ້ມີຄວາມພ້ອມພຽງງົດງາມເຫລົ່ານັ້ນ ຈຶ່ງພ້ອມໃຈກັນຫລັບຕາສະຫງົບນິ້ງ ສິ່ງນີ້ຈະເປັນແຮງບັນດານໃຈໃຫ້ເກີດການປະຕິບັດທັມໄປແບບວ້າງຂວາງ ທົ່ວທຸກພາກຂອງໂລກ

ນອກຈາກນີ້ ຍັງໄດ້ສ້າງປູສະນີຍະສະຖານທີ່ສຳຄັນເພື່ອເປັນສູນລວມໃຈເຫລົ່າສິດຍານຸສິດ ເປັນການສະແດງຄວາມກະຕັນຍູແດ່ມະຫາປູຊະນີຍາຈານ ຄື ມະຫາວິຫານ ພຣະມົງຄົນເທບມຸນີ ມະຫາວິຫານຣັດຕະນະບາສິກາຈັນ ຂົນນົກຍູງ ລວມທັງໄດ້ສ້າງຫໍສັນຂຶ້ນເພື່ອລ້ຽງພັດຕາຫານແດ່ພຣະພິກຂຸສາມະເນນເປັນພັນອົງ

ຄວາມກະຕັນຍູຕໍ່ຄູບາອາຈານ

ຄວາມສຳເຣັດທຸກຢ່າງຂອງວັດພຣະທັມມະກາຍ ບໍ່ວ່າຈະເປັນງານກໍ່ສ້າງສາສະນະສະຖານ ການສ້າງສາດສະນະທາຍາດ ແລະການເຜີຍພຸທທະສາສະຫນາ ເພື່ອນຳສັນຕິສຸກໄປສູ່ຊາວໂລກ ທຸກຢ່າງລ້ວນສຳເຣັດໄດ້ເພາະມີບຸກຄົນສຳຄັນ ຄືຄຸນຍາຍອາຈານເປັນຜູ້ທີ່ຢູ່ເບື້ອງຫລັງ ເພິ່ນເປັນຄູຜູ້ໃຫ້ແສງສະຫວ່າງທາງທັມ ແລະເປັນຜູ້ນຳທີ່ຄອຍປະຄັບປະຄອງໃຫ້ກຳລັງໃຈແກ່ເຫລົ່າສິດຍານຸສິດໃນການສະສົມຄວາມດີ ຈົນໄປຮອດລົມຫາຍໃຈສຸດທ້າຍຂອງເພິ່ນ

ພຣະຄຸນຂອງຄຸນຍາຍນັ້ນຍິ່ງໃຫຍ່ແບບບໍ່ມີປະມານ ຫລວງພໍ່ (ພຣະລາດຊະພາວະນາວິສຸດ) ຈຶ່ງໄດ້ຍົກຍ້ອງເຊິດຊູນາມຂອງເພິ່ນວ່າ “ຄຸນຍາຍອາຈານ ມະຫາຣັຕຕະນະອຸບາສິກາຈັນ ຂົນນົກຍູງ ຜູ້ໃຫ້ກຳເນີດວັດພຣະທັມມະກາຍ”

ຄຸນຍາຍອາຈານລະສັງຂານໄປເມື່ອວັນທິດທີ 10 ກັນຍາ ພ.ສ. 2543 ດ້ວຍຄວາມກະຕັນຍູແລະຄວາມເຄົາລົບຮັກຢ່າງສູງທີ່ຫລວງພໍ່ທັມມະໄຊໂຍ ມີຕໍ່ຄຸນຍາຍເພິ່ນຈຶ່ງໄດ້ນຳພາພິກຂຸ ສາມະເນນ ອຸບາສົກ ອຸບາສິກາ ວັດພຣະທັມມະກາຍ ລວມທັງສາທຸຊົນ ລູກຫລານຄຸນຍາຍໄປທົ່ວໂລກ ທຸ່ມເທແຮງກາຍແຮງໃຈເປັນເວລາແຮມປີ ເພື່ອຈັດພິທີຈຸດໄຟສະຫລາຍຮ່າງຄຸນຍາຍໃນວັນທີ 3 ກຸມພາ ພ.ສ. 2545 ແບບຍິ່ງໃຫຍ່ແລະສົມບູນແບບທີ່ສຸດ ເພື່ອຕອບແທນພຣະຄຸນທີ່ຈະນັບປະມານບໍ່ໄດ້ແລະເພື່ອປະກາດພຣະຄຸນຂອງຄຸນຍາຍໃຫ້ຊາວໂລກໄດ້ຮັບຮູ້

ພິທີຈຸດໄຟແກ້ວຄັ້ງນີ້ເປັນງານບຸນຄັ້ງຍິ່ງໃຫຍ່ທີ່ສຸດຄັ້ງຫນຶ່ງຂອງວັດພຣະທັມມະກາຍ ເປັນຄັ້ງທັມອິດທີ່ເຈົ້າອາວາດພຣະເຖລານຸເຖລະໃນລະດັບຕ່າງໆ ພ້ອມທັງພຣະຜູ້ຕິດຕາມກວ່າ 30.000 ວັດທົ່ວປະເທດ ລວມແລ້ວບໍ່ຕ່ກວ່າ 100000 ອົງ ເດີນທາງມາຮ່ວມພິທີສະຫລາຍຮ່າງຄຸນຍາຍອາຈານ ພຣະພກຂຸຈາກຕ່າງປະເທດກໍ່ໃຫ້ຄວາມເມດຕາເດີນທາງມາຮ່ວມງານສະຫລາຍຮ່າງຄຸນຍາຍເປັນຈຳນວນຫລວງຫລາຍ ການລວມຕົວກັນຂອງສົງເປັນຈຳນວນຫລວງຫລາຍແບບນີ້ ຖືເປັນປາກົດການທີ່ບໍ່ເຄີຍເກີດຂຶ້ນມາກ່ອນເລີຍໃນສັງຄະມົນທົນ

ມື້ນັ້ນເປັນມື້ປະເສີດ ເປັນມື້ທີ່ລູກຫລານຄຸນຍາຍໄດ້ສະແດງຄວາມກະຕັນຍູກະຕະເວທີຕໍ່ທ່ານແລະໄດ້ມີໂອກາດເຫັນພຣະທັດສະນານນຸດຕະລິຍະ ຄືການໄດ້ອັນປະເສີດ ຄືໄດ້ມີໂອກາດແຫ່ງການສ້າງບຸນຄັ້ງຍິ່ງໃຫຍ່ ແລະໄດ້ຮັບພຣະຈາກພຣະພິກຂຸຈຳນວນແສນ ເຊິ່ງຖືເປັນສະວະນານຸດຕະລິຍະ ຄືການຟັງອັນປະເສີດ

ເຖິງວ່າຄຸນຍາຍຈະລະສັງຂານໄປແລ້ວຫລວງພໍ່ທັມມະໄຊໂຍ ກໍ່ຍັງທຸ່ມເທເຮັດວຽກຢ່າງຫນັກຕະຫລອດມາ ແລະຫນັກຫລາຍຍິ່ງໆຂຶ້ນໄປ ເພື່ອໃຫ້ການປະຕິບັດທັມວິຊາທັມມະກາຍ ທີ່ຄຸນຍາຍອາຈານສືບທອດມາຈາກຫລວງປູ່ວັດປາກນ້ຳພາສີຈະເລີນ ແລະຖ່າຍທອດມາຍັງທ່ານໄດ້ເຜີຍແຜ່ໄປສ້າງສັນຕິສຸກພາຍໃນ ຈົນຂະຫຍາຍໄປສູ່ສັນຕິພາບຂອງໂລກ

ຜູ້ອຸທິດຊີວິດເພື່ອສັນຕິພາບໂລກ

ນັບຕັ້ງແຕ່ຫລວງພໍ່ທັມມະໄຊໂຍ ໄດ້ຮູ້ເປົ້າຫມາຍຊີວິດວ່າຊາວໂລກລ້ວນສະແຫວງຫາຄວາມສຸກທີ່ແທ້ຈິງ ທ່ານແລະຄຸນະສິດຈຶ່ງໄດ້ຮ່ວມກັນສ້າງວັດພຣະທັມມະກາຍເພື່ອເປັນສູນກາງແຫ່ງການທຳຄວາມດີ

ດ້ວຍສະໂລແກນທີ່ບໍ່ເຄີຍປ່ຽນແປງວ່າ ສັນຕິພາບໂລກເກີດຈາກສັນຕິສຸກພາຍໃນ ເພິ່ນຈຶ່ງອຸທິດຊີວິດ ສ້າງຄຸນປະໂຫຍດໃຫ້ກັບສັງຄົມໂລກ ຜົນງານທີ່ເກີດຈາກຄວາມທຸ່ມເທຢ່າງສະຫມ່ຳສະເຫມີຕະຫລອດໄລຍະເວລາຫລາຍສິບປີ ຫລວງພໍໍ່ໄດ້ສ້າງຫລາຍຢ່າງແກ່ປະເທດແລະອົງກອນທັງຫລາຍໂດຍບໍ່ຈຳກັດເຊື້ອຊາດ ສາສະຫນາ ແລະເຜົ່າພັນດ້ວຍພັນທະກິດ ສັນຕິພາບໂລກເລີ້ມຕັ້ນຈາກສັນຕະສຸກພາຍໃນຜ່ານການທຳສະມາທິ ເຊິ່ງເກີດຜົນເປັນທີຮູ້ເຫັນຕໍ່ສາຍຕາຂອງມະຫາຊົນທົ່ວໂລກວ່າສັນຕິພາບສາມາດເກີດຂຶ້ນໄດ້ກັບໂລກຫນ່ວຍນີ້ໄດ້ຈິງ ນອກຈາກນີ້ເພິ່ນຍັງໄດ້ໃຫ້ຄວາມຊ່ວຍເຫລືອໃນເລື່ອງການຟື້ນຟູແລະທຳນຸບຳລຸງພຣະພຸທທະສາສະຫນາໃນຫລາຍປະເທດລວມທັງຍັງຊ່ວຍບັນເທົາທຸກແກ່ປະເທດຕ່າງໆ ໃນຍາມທີ່ເກີດໄພທຳມະຊາດອີກນຳ

ດັ່ງນັ້ນໃນວັນທີ 22 ເມສາ ພ.ສ. 2559 ເຊິ່ງເປັນວາລະວັນຄ້າຍວັນເກີດຄົບຮອບ 72ປີຂອງຫລວງພໍ່ທັມມະໄຊໂຍແລະກົງກັບວັນຄຸ້ມຄອງໂລກ ຈຶ່ງມີອົງກອນຕ່າງໆ ທັງໃນແລະຕ່າງປະເທດລວມ 40 ເທດຈຄ ອົງກອນເດີນທາງມາມຸທິຕາສັກກາລະທ່ານ ອີກທັງຍັງເປັນການຕອບແທນນ້ຳໃຈ ໃຫ້ກຳລັງໃຈ ໃຫ້ກຳລັງໃຈແລະປະກາດກຽດຕິຄຸນໃຫ້ທົ່ວໂລກຮັບຮູ້ວ່າ ຫລວງພໍ່ທັມມະໄຊໂຍ ເປັນຜູ້ມີຄວາມຕັ້ງໃຈແທ້ແລະສາມາດເຮັດໄດ້ສຳເຣັດແທ້ດັ່ງທີ່ຕັ້ງໃຈໄວ້ ພ້ອມທັງນຳເອົາປະລິນຍາດຸດສະດີກິດຕິມະສັກ ລາງວັນແລະປະກາດກຽດຕິຄຸນມາຖວາຍທ່ານ

ໂດຍພິທີຖວາຍໂລ່ປະກາດກຽດຕິຄຸນໃນຄັ້ງນີ້ ມີບຸກຄົນສຳຄັນຈາກນານາປະເທດ ລວມທັງສື່ສານມວນຊົນຈາກ 40 ປະເທດ ເຊິ່ງຫລາຍອົງກອນ ແລະບຸກຄົນທັງຫລາຍເຫລົ່ານີ້້ລ້ວນມີຄວາມສຳຄັນແລະເປັນທີ່ຍອມຮັບລະດັບໂລກ ເຊັ່ນ ມະຫາເຖລະສະມາຄົມ ສະພາສົງສະມັດຊາສົງ ລັດຖະບານ ລັດຖະສະພາ ກະຊວງ ພັກການເມືອງ ສະມາຄົມ ຊົມລົມ ມູນລະນິທິສະຖານີໂທລະທັດ ສື່ສານມວນຊວນ ສະຖາບັນການສຶກສາສູນປະຕິບັດທັມ ເປັນຕົ້ນ ນອກຈາກນີ້ຍັງມີຄິດທະຈັກທີ່ເປັນເພື່ອນຕ່າງສາສະນິກຕັ້ງໃຈມາຮ່ວມປະກາດກຽດຕິຄຸນນຳກັນ

ຈະເຫັນໄດ້ວ່າເມື່ອບຸກຄົນຜູ້ມີຫົວໃຈທີ່ຍິ່ງໃຫຍ່ ມີຄວາມມຸ່ງຫມັ້ນອຸທິດຕົນ ມີເປົ້າຫມາຍ ມະໂນປະນິທານ ອຸປະສັກທັງນ້ອນໃຫຍ່ ກໍ່ບໍ່ອາດເຮັດໃຫ້ເພິ່ນທໍ້ແທ້ ທໍ້ຖອຍ ລົ້ມເລິກຄວາມຕັ້ງໃຈ ສິ່ງຕ່າງໆທີ່ຫລວງພໍ່ທັມມະໄຊໂຍໄດ້ເຮັດມາຕະຫລອດຊີວິດຂອງທ່ານ ບໍ່ແມ່ນເພື່ອລາງວັນ ແຕ່ສິ່ງທີ່ເກີດຂຶ້ນໃນຄັ້ງນີ້ ລ້ວນເປັນກຳລັງໃຈລະຫວ່າງທາງ ກ່ອນທີ່ຈະຮອດເປົ້າຫມາຍທີ່ແທ້ຈິງ

ເປົ້າຫມາຍຂອງເພິ່ນມີພຽງສິ່ງດຽວ ບໍ່ເຄີຍຄອນແຄນ ຄືການເຮັດໃຫ້ມະນຸດໃນໂລກນີ້ໄດ້ພົບຄວາມສຸກທີ່ແທ້ຈິງ World peace through inner peace ເພາະສັນຕິພາບໂລກນັ້ນເລີ້ມຕົ້ນໄດ້ຈາກໃຈທີ່ສະຫງົບນິ້ງ ມີສະຕິແລະປ່ຽມດ້ວຍປັນຍາ ຄວາມທີ່ບໍ່ມີປະມານກໍ່ຈະເກີດຂຶ້ນ ເຊິ່ງຜົລທີ່ໄດ້ເຮັດໃຫ້ເກີດຄວາມສະຫງົບນິ້ງໃນໃຈຕົນ ຂະຫຍາຍໄປສູ່ຄອບຄົວ ຊຸມຊົນ ສັງຄົມ ປະເທດຊາດ ແລະໂລກຈະເກີດສັນຕິພາບອັນໄພບູນ